ທີ່ຕັ້ງ ແລະ ພາລະບົດບາດ ຂອງສະພາປະຊາຊົນແຂວງໄຊຍະບູລີ

ສະພາປະຊາຊົນແຂວງໄຊຍະບູລີ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜ່ົາ, ເປັນອົງການອໍານາດລັດຂັ້ນທ້ອງຖິ່ນ, ປະຕິບັດພາລະບົດບາດ ພິຈາລະນາ ແລະ ຮັບຮອງເອົານິຕິກໍາທີ່ສໍາຄັນຂອງທ້ອງຖິ່ນ, ຕົກລົງບັນຫາສໍາຄັນພື້ນຖານ ຂອງທ້ອງຖິ່ນ ແລະ ຕິດຕາມກວດກາ ການເຄົາລົບ, ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດຂັ້ນທ້ອງຖ່ິນ.