ສະພາປະຊາຊົນແຂວງ ຊຸດທີ I ສໍາເລັດການເລືອກຕັ້ງທົ່ວປະເທດໃນຄັ້ງວັນທີ 20 ມີນາ 2016 ເຊິ່ງປະກອບດ້ວຍສະມາຊິກສະພາປະຊາຊົນແຂວງ ທັງໝົດ 33 ທ່ານ ໃນນີ້ເພດຍິງມີ 13 ທ່ານ ແລະ ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ I ຢ່າງເປັນທາງການ ໃນວັນທີ 2 – 3 ມິຖຸນາ 2016 ໂດຍເລືອກຕັ້ງເອົາທ່ານ ປອ. ສົມລິດ ເປືອກແກ້ວ ເປັນປະທານສະພາປະຊາຊົນແຂວງ ແລະ ເລືອກຕັ້ງເອົາທ່ານ ຊຊ. ບຸນທຽມ ນັນທະກອນ ແລະ ທ່ານ ນາງ ອິດມະນີ ຈັນທະຄູນ ເປັນຮອງປະທານສະພາປະຊາຊົນແຂວງ ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຄະນະປະຈໍາສະພາປະຊາຊົນແຂວງ ທັງໝົດ 7 ທ່ານ, ຍິງ 2 ທ່ານ; ຮັບຮອງເອົາໂຄງປະກອບກົງຈັກພາຍໃນສະພາປະຊາຊົນແຂວງ ເຊິ່ງປະກອບມີ 3 ຄະນະກໍາມະການ ແລະ 1 ຄະນະເລຂາທິການ ຄື: ຄະນະກໍາມະການເສດຖະກິດ-ແຜນການ ແລະ ການເງິນ; ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ; ຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະເລຂາທິການສະພາປະຊາຊົນແຂວງ.
ສະພາປະຊາຊົນແຂວງ ຊຸດທີ II ສໍາເລັດການເລືອກຕັ້ງທົ່ວປະເທດໃນຄັ້ງວັນທີ 21 ກຸມພາ 2021 ເຊິ່ງປະກອບດ້ວຍສະມາຊິກສະພາປະຊາຊົນແຂວງ ທັງໝົດ 37 ທ່ານ ໃນນີ້ເພດຍິງມີ 12 ທ່ານ ແລະ ໄດ້ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຢ່າງເປັນທາງການ ໃນວັນທີ 26 ເມສາ 2021 ໂດຍເລືອກຕັ້ງເອົາທ່ານ ເພັງນິລັນ ຄໍາພັນເພັງ ເປັນປະທານສະພາປະຊາຊົນແຂວງ ແລະ ເລືອກຕັ້ງເອົາທ່ານ ບຸນລ້ວນ ຊົມສີຫາປັນຍາ ແລະ ທ່ານ ນາງ ວິລະພອນ ທອງພິມ ເປັນຮອງປະທານສະພາປະຊາຊົນແຂວງ ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຄະນະປະຈໍາສະພາປະຊາຊົນແຂວງ ທັງໝົດ 7 ທ່ານ, ຍິງ 2 ທ່ານ; ຮັບຮອງເອົາໂຄງປະກອບກົງຈັກພາຍໃນສະພາປະຊາຊົນແຂວງ ເຊິ່ງປະກອບມີ 3 ຄະນະກໍາມະການ ແລະ 1 ຄະນະເລຂາທິການ ຄື: ຄະນະກໍາມະການເສດຖະກິດ-ແຜນການ ແລະ ການເງິນ; ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ; ຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ຄະນະເລຂາທິການສະພາປະຊາຊົນແຂວງ.