ສສຊ-ສສຂ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຢູ່ບ້ານນາຫຼາເມືອງໄຊຍະບູລີ …...........................................
13/08/2025

ວັນທີ 8 ສິງຫາ 2025 ຜ່ານມານີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະ ທານສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະ ພາປະ ຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊຍະບູລີ ໄດ້ເຄື່ອນໄຫວເຜີຍແຜ່ຜົນສຳ ເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຢູ່ບ້ານນາຫຼາ ເມືອງໄຊຍະບູລີ ໂດຍມີບັນດາອົງ ການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ໃນການເຜີຍແຜ່ຄັ້ງນີ້, ສສຊ ແລະ ສສຂ ໄດ້ຮັບຟັງການລາຍງານສະພາບລວມກ່ຽວກັບການນໍາພາ-ຊີ້ນໍາວຽກງານຮອບດ້ານ ໃນໄລຍະຜ່ານມາ ຈາກອົງການປົກ ຄອງບ້ານໂດຍຫຍໍ້ຈາກທ່ານ ຫີນເພັດ ຄູນຄຳແກ້ວ ນາຍບ້ານນາຫຼາ. ຈາກນັ້ນ, ສສຊ ແລະ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II, ຍົກໃຫ້ເຫັນ ບາງເນື້ອໃນສຳຄັນທີ່ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາ, ເຊິ່ງກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ໄດ້ດໍາເນີນນັບແຕ່ ວັນທີ 9-26 ມິຖຸນາ 2025 ໂດຍການເປັນປະທານ ຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນວຽກງານສໍາຄັນຕ່າງໆ ຄື: ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ສາມາດປະຕິບັດບັນດາຄາດໝາຍບັນລຸຜົນສໍາເລັດ, ຮັບຮອງເອົາບົດລາຍ ງານ ຂອງສະພາແຫ່ງຊາດ ໃນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 5 ສະບັບ ຄື : ກົດ ໝາຍ ວ່າດ້ວຍຄວາມປອດໄພໄຊເບີ; ກົດໝາຍ ວ່າດ້ວຍສັງຄົມສົງເຄາະ; ກົດໝາຍ ວ່າດ້ວຍພະນັກງານ ໄອຍະການປະຊາຊົນ; ກົດໝາຍ ວ່າດ້ວຍສາມັນສຶກສາ; ກົດ ໝາຍ ວ່າດ້ວຍການປູກຝັງ. ກົດໝາຍປັບປຸງ 5 ສະບັບ ຄື : ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ກົດໝາຍ ວ່າດ້ວຍອາກອນລາຍໄດ້; ກົດໝາຍ ວ່າດ້ວຍປ້າຍ; ກົດໝາຍ ວ່າດ້ວຍຊົນລະປະທານ ແລະ ກົດໝາຍ ວ່າດ້ວຍການປັບປຸງມາດຕາ ຂອງກົດໝາຍ ວ່າດ້ວຍສານປະຊາຊົນ. ສັງລວມແລ້ວ ຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລ ນາຮັບຮອງເອົາບັນດາເນື້ອໃນທັງໝົດ 18 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາ ແຫ່ງຊາດ ໄດ້ທັງໝົດ 15 ສະບັບ ດ້ວຍຄະແນນສຽງເຫັນດີເປັນເອກກະສັນສ່ວນຫຼາຍ. ພ້ອມນີ້, ໄດ້ຍົກໃຫ້ເຫັນຜົນສຳ ເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ, ພິຈາ ລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ແລະ ນິນິກໍາໃຕ້ກົດໝາຍທົ່ວແຂວງ, ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງປະທານຄະນະກໍາມະການປົກຄອງ 11 ເມືອງຂອງແຂວງໄຊຍະບູລີ ແລະ ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງເຈົ້າແຂວງໄຊຍະບູລີຈໍານວນ 3 ສະ ບັບຄື: ຂໍ້ຕົກລົງ ວ່າດ້ວຍການຄຸ້ມ ຄອງ, ນໍາໃຊ້ ແລະ ອະນຸລັກຊ້າງບ້ານ, ຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຄ້າຢາເສບຕິດ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພັດທະນາ ແລະ ບໍລິຫານຕົວເມືອງໄຊ ຍະບູລີ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຕື່ມອີກ.
ທັງນີ້, ເພື່ອເປັນການຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ບັນດາມະຕິຮັບ ຮອງໃນກອງປະຊຸມສະໄໝສາມັນ ຂອງສະພາ ແຫ່ງຊາດ ຊຸດທີ IX ແລະ ສະພາປະຊາ ຊົນແຂວງ ຊຸດທີ II; ແນໃສ່ເຮັດໃຫ້ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ; ພ້ອມທັງເປັນການພົບປະ ແລະ ຮັບຟັງກ່ຽວກັບຄໍາສະເໜີ ຂອງປະຊາຊົນ ທີ່ໄດ້ສະເໜີ ຕໍ່ ສສຊ ແລະ ສສຂ ຕໍ່ກັບຄຳສະເໜີດັ່ງກ່າວ ສສຊ ແລະ ສສຂ ຈະໄດ້ນຳໄປສະເໜີຕໍ່ຄະນະນຳຂັ້ນເທິງ ກໍຄືພາກສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ພິຈາລະນາແກ້ໄຂຕາມຄວາມເໝາະສົມໃນຕໍ່ໜ້າ.ໂອກາດດຽວກັນນີ້ ທາງຄະນະ ສສຊ-ສສຂ ຍັງໄດ້ມອບຄອມພິວເຕີ 1 ຊຸດໃຫ້ໂຮງຮຽນ ມສ ນາຫຼາ ມູນຄ່າ 9 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນວຽກງານຂອງໂຮງຮຽນ.
