ສສຊ ສໍາເລັດການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ..............................................

13/08/2025

ສສຊ ສໍາເລັດການລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II                                ..............................................

ໃນລະຫວ່າງວັນທີ 31 ກໍລະກົດ - 11 ສິງຫາ 2025 ຜ່ານມານີ້, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ເຊິ່ງນຳໂດຍ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ; ພ້ອມດ້ວຍຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ໄດ້ເຄື່ອນໄຫວເຜີຍ ແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຢູ່ 11 ເມືອງ ອ້ອມຂ້າງແຂວງ ລວມທັງໝົດ 51 ຈຸດ ແລະ 10 ສໍານັກງານອ້ອມເມືອງ 1 ສໍານກງານອ້ອມຂ້າງແຂວງ ໂດຍມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ບັນດາຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ - ຮອງຫົວໜ້າຫ້ອງການ, ພະນັກງານ-ລັດຖະກອນ, ລັດວິສາຫະ ກິດ-ສູນບໍລິການປະຈໍາເມືອງ, ອົງການປົກຄອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມລວມທັງໝົດ 6 000 ກວ່າຄົນ.
ໃນການເຜີຍແຜ່ຄັ້ງນີ້, ສສຊ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການນໍາພາ-ຊີ້ນໍາ ວຽກງານຮອບດ້ານ ໃນໄລຍະ 6 ເດືອນຜ່ານມາ ຈາກບັນດາອົງ ການປົກຄອງເມືອງ ໂດຍຫຍໍ້. ຈາກນັ້ນ, ສສຊ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II, ໄດ້ພິຈາລະນາ ແລະ ຮັບຮອງເອົາດັ່ງນີ້, ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ດໍາເນີນນັບແຕ່ ວັນທີ 9-26 ມິຖຸນາ 2025 ໂດຍການເປັນປະທານ ຂອງ ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນວຽກງານສໍາຄັນຕ່າງໆ ຄື: ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງ ຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ 2025 ສາມາດປະຕິບັດບັນດາຄາດໝາຍບັນລຸຜົນສໍາເລັດ, ຮັບຮອງເອົາບົດລາຍງານ ຂອງສະພາແຫ່ງຊາດ ໃນການເຄື່ອນໄຫວວຽກງານແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ທິດທາງແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 10 ສະບັບ ໃນນີ້, ກົດໝາຍສ້າງໃໝ່ 5 ສະບັບ ຄື : ກົດໝາຍ ວ່າດ້ວຍຄວາມປອດໄພໄຊເບີ; ກົດໝາຍ ວ່າດ້ວຍສັງຄົມສົງເຄາະ; ກົດໝາຍ ວ່າດ້ວຍພະນັກງານ ໄອຍະການປະຊາຊົນ; ກົດໝາຍ ວ່າດ້ວຍສາມັນສຶກກສາ; ກົດໝາຍ ວ່າດ້ວຍການປູກຝັງ. ກົດ ໝາຍປັບປຸງ 5 ສະບັບ ຄື : ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ; ກົດໝາຍ ວ່າດ້ວຍອາກອນລາຍໄດ້; ກົດໝາຍ ວ່າດ້ວຍປ້າຍ; ກົດໝາຍ ວ່າດ້ວຍຊົນລະປະທານ ແລະ ກົດໝາຍ ວ່າດ້ວຍການປັບປຸງມາດຕາ ຂອງກົດໝາຍ ວ່າດ້ວຍສານປະຊາຊົນ. ສັງລວມແລ້ວ ຜົນສໍາເລັດການດໍາເນີນກອງປະຊຸມສະໄໝສາ ມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທັງໝົດ 18 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາ ແຫ່ງ ຊາດ ໄດ້ທັງໝົດ 15 ສະບັບ ດ້ວຍຄະແນນສຽງເຫັນດີເປັນເອກກະສັນສ່ວນຫຼາຍ. ພ້ອມນີ້, ໄດ້ຍົກໃຫ້ເຫັນຜົນສຳ ເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະ ກິດ-ສັງຄົມຂອງແຂວງປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2025, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ແລະ ນິນິກໍາໃຕ້ກົດໝາຍທົ່ວແຂວງ, ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງປະທານຄະນະກໍາມະການປົກ ຄອງ 11 ເມືອງຂອງແຂວງໄຊຍະບູລີ ແລະ ບົດລາຍງານການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງ ຂອງເຈົ້າແຂວງໄຊຍະບູລີຈໍານວນ 3 ສະບັບຄື: ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອະນຸລັກຊ້າງບ້ານ, ຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຄ້າຢາເສບຕິດ ແລະ ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຕື່ມອີກ. ທັງນີ້, ເພື່ອເປັນການຜັນຂະຫຍາຍ ແລະ ໂຄສະນາເຜີຍແຜ່ບັນດາມະຕິຮັບຮອງໃນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II; ແນໃສ່ເຮັດໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນພາຍໃນແຂວງໄຊຍະບູລີ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ; ພ້ອມທັງເປັນການພົບປະ ແລະ ຮັບຟັງກ່ຽວກັບຄໍາສະເໜີ ພ້ອມທັງໄດ້ຮັບຄໍາສະເໜີ ລວມທັງໝົດ 85 ຄໍາສະເໜີ ໃນນັ້ນແມ່ນໄດ້ຮັບການອະທິບາຍຊີ້ແຈງໄປແລ້ວ 28 ຄໍາສະເໜີ, ອີກ 49 ຄໍາສະເໜີທີ່ຕິດພັນກັບຂັ້ນເມືອງ ແມ່ນມອບໃຫ້ບັນດາເມືອງດັ່ງກ່າວສືບຕໍ່ຄົ້ນຄວ້າ ແລະ 8 ຄໍາສະເໜີ ທາງຄະນະ ສສຊ ຈະໄດ້ນຳເອົາໄປສະເໜີຕໍ່ຄະນະນຳຂັ້ນເທິງ ກໍຄືພາກ ສ່ວນທີ່ກ່ຽວຂ້ອງໄດ້ຮັບຮູ້ ແລະ ພິຈາລະນາແກ້ໄຂຕາມຄວາມເໝາະສົມໃນຕໍ່ໜ້າ. ໂອກາດດຽວກັນນີ້ ທາງຄະນະ ສສຊ ຍັງໄດ້ນໍາເອົາວັດຖຸປັດໄຈຈໍານວນໜື່ງ ເຊັ່ນ: ເຄື່ອງໃຊ້ຄົວເຮືອນ, ຄອມພິວເຕີ 1 ຊຸດ ແລະ ເງິນສົດ. ລວມມູນຄ່າທັງໝົດ 51.000 000 ລ້ານກີບ. ມາມອບໃຫ້ແກ່ອໍານາດການປົກຄອງເມືອງ, ເພື່ອນໍາໄປຊ່ວຍເຫຼືອບັນເທົາທຸກໃຫ້ພໍ່ແມ່ປະຊາຊົນຜູ້ທີ່ສົບໄພນໍ້າຖ້ວມໃນຄັ້ງນີ້.
(ອິນທີ ຂຽວສີຟ້າ)