ສສຊ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 9 ຢູ່ເຂດເລືອກຕັ້ງເມືອງໄຊສະຖານ. .............................................................................
14/08/2025

ໃນວັນທີ 11 ສິງຫາ 2025 ຜ່ານມານີ້; ທ່ານ ບຸນລ້ວນ ຊົມສີຫາປັນຍາ, ກໍາມະການພັກແຂວງ, ຮອງປະທານຄະນະສະມາ ຊິກສະພາແຫ່ງຊາດແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ຮອງປະທານສະພາປະຊາຊົນແຂວງ; ທ່ານ ສົມມະນາ ປິ່ນທິບ ສະ ມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະ ບູລີ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາ ແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ທີ່ ຈຸດສະໂມສອນໃຫ່ຍເມືອງໄຊສະຖານ, ຈຸດບ້ານປາກລອງ ແລະ ຈຸດບ້ານສະແມດໃຫ່ຍ ເປັນກຽດເຂົ້າຮ່ວມຮັບຟັງມີບັນດາທ່ານການນໍາຂອງເມືອງ ແລະ ພະນັກງານຫຼັກແຫລງ ຕະຫຼອດຮອດພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ.

ໃນໂອກາດດັ່ງກ່າວ, ທ່ານ ພັທ ພອນສະຫວັນ ວໍລະສັກ ເລຂາຄະນະບໍລິຫານງານພັກເມືອງໄຊສະຖານ ໄດ້ຕ່າງໜ້າໃຫ້ອົງການການປົກຄອງເມືອງ ລາຍງານສະພາບລວມຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາວ່າ: ຄະນະພັກແຕ່ ລະຂັ້ນໄດ້ສຸມໃສ່ນໍາພາ-ຊີ້ນໍາວຽກງານສຶກສາອົບຮົມການ ເມືອງ-ແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ໃນທຸກຂົງເຂດວຽກງານຕະຫຼອດຮອດປະຊາຊົນບັນດາເຜົ່າຢູ່ຮາກຖານບ້ານ ດ້ວຍຫຼາຍຮູບແບບ, ຫຼາຍວິທີການ ແລະ ເຮັດເປັນປົກກະຕິ; ການພັດທະນາເສດຖະກິດ-ສັງຄົມ ໄດ້ເອົາໃຈໃສ່ຂຸດຄົ້ນ ແລະ ນຳໃຊ້ທຸກທ່າແຮງບົ່ມຊ້ອນທີ່ມີຂອງເມືອງ ເພື່ອຍູ້ແຮງການພັດທະນາເສດຖະກິດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ໄລຍະ 6 ເດືອນຜ່ານມາ ສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ 543 ລ້ານກີບ, ລື່ນແຜນ 6 ເດືອນ 65,88%, ທຽບໃສ່ແຜນ; ປະຕິບັດລາຍຈ່າຍໄດ້ທັງໝົດ 1,1 ຕື້ກວ່າກີບ ບົນພື້ນຖານຖືກຕ້ອງຕາມລະບຽບ, ກົດໝາຍ.ພາຍຫຼັງຮັບຟັງການລາຍງານ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ກໍ່ໄດ້ເຜີຍແຜ່ເຊື່ອມຊືມເອກະສານເນື້ອໃນກອງປະປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ແລະ ຮັບຟັງຄໍາສະເໜີຂອງພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ເຊິ່ງຄໍາສະເໜີທີ່ຕ້ອງ ການໃຫ້ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ນໍາໄປປະສານສົມທົບ ຊຸກຍູ້ພາກສ່ວນກ່ຽວ ຂ້ອງພິຈາລະນາ ແກ້ໄຂໄວທີ່ສຸດແມ່ນບັນຫາພື້ນຖານໂຄງລາງເສັ້ນທາງຄົມມະນາຄົມທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ແລະ ການເກັບຊື້ຍອດຊາຂອງບໍລິສັດຜູ້ລົງທຶນທີ່ຍັງບໍ່ທັນເປັນປົກກະຕິ.
