ສສຂ ປະຈຳເຂດເລືອກຕັ້ງເມືອງຫົງສາ ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຢູ່ບ້ານໂພນສູງ ແລະ ບ້ານເມືອງຫານ.
15/08/2025

ວັນທີ 13-14 ສິງຫາ 2025 ນີ້ ທ່ານ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫົງສາ, ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ຢູ່ 2 ຈຸດ ຄື: ຈຸດບ້ານໂພນສູງ ແລະ ຈຸດບ້ານເມືອງຫານ, ມີບັນດາອົງການປົກຄອງເມືອງ-ບ້ານ ແລະ ພໍ່ແມ່ປະຊາ ຊົນບັນດາເຜົ່າ ພາຍໃນບ້ານດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນການລົງມາພົບປະເຜີຍແຜ່ຜົນສໍາເລັດໃຫ້ຜູ້ມີສິດເລືອກຕັ້ງໃນຄັ້ງນີ້ ໄດ້ຮັບຟັງການລາຍງານວຽກງານຮອບດ້ານຂອງບ້ານດັ່ງກ່າວໂດຍຫຍໍ້ວ່າ: ບ້ານໂພນສູງ ແລະ ບ້ານເມືອງຫານເປັນສອງບ້ານທີ່ນອນຢູ່ໃນ 32 ບ້ານຂອງເມືອງຫົງສາ, ເປັນສອງບ້ານທີ່ຢູ່ໃນຕົວເມືອງ ອາຊີບສ່ວນໃຫຍ່ຂອງພໍ່ແມ່ປະຊາຊົນ ແມ່ນຄ້າຂາຍ, ປູກຝັງ-ລ້ຽງສັດ. ຈາກນັ້ນ, ທ່ານ ນາງ ວິລະພອນ ທອງພິມ ກໍ່ໄດ້ຍົກໃຫ້ເຫັນສະພາບລວມຂອງປະ ເທດກໍ່ຄືຂອງແຂວງຂອງເມືອງ ພ້ອມທັງເຜີຍແຜ່ແຈ້ງຜົນສຳ ເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ໄຊຍະບູລີ ຊຸດທີ II, ຊຶ່ງບາງຕອນທ່ານກ່າວວ່າ: ກອງປະຊຸມໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງແຂວງຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງປະຈໍາ 6 ເດືອນຕົ້ນປີ 2025 ແລະທິດ ທາງແຜນການ 6 ເດືອນທ້າຍປີ 2025, ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຜົນການສະ ຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທົ່ວແຂວງ, ພິຈາລະນາ ແລະ ຮັບຮອງເອົາການແຕ່ງ ຕັ້ງປະທານຄະນະກໍາມະການປົກຄອງເມືອງ 11 ເມືອງຂອງແຂວງໄຊຍະບູລີ ແລະ ບົດລາຍງານການປະເມີນຜົນການຈັດ ຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງໄຊຍະບູລີ ຈໍານວນ 3 ສະ ບັບຄື: ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອະນຸລັກຊ້າງບ້ານ, ຂໍ້ຕົກລົງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນແລະຄ້າຢາເສບຕິດ ແລະ ຂໍ້ ຕົກລົງ ວ່າດ້ວຍການຄຸ້ມຄອງພັດ ທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາ ຊົນແຂວງໄຊຍະບູລີຊຸດທີ II ຕື່ມອີກ.
(ອິນທີ ຂຽວສີຟ້າ)