ສພຂ ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມເອກະສານ..................................................
25/08/2025


ພາຍຫຼັງທີ່ ທ່ານ ນາງ ວິລະພອນ ທອງພິມ ໄດ້ເຜີຍແຜ່-ເຊື່ອມຊືມສໍາເລັດແລ້ວ;
ທ່ານ ນາງ ວັນນາ ພົມວິສອນ ເລຂາທິການສະພາປະຊາຊົນແຂວງ ກໍ່ໄດ້ຂື້ນຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 59/ຄປຈ.ຊຍ, ລົງວັນທີ 30 ກໍລະກົດ 2025 ວ່າດ້ວຍການເຄື່ອນໄຫວວຽກງານໂທລະ ສັບສາຍດ່ວນ ອີກດ້ວຍ.

ໂອກາດດັ່ງກ່າວ, ທ່ານ ນາງ ວິລະພອນ ທອງພິມ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນໂດຍເໜັ້ນໜັກໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ຈົ່ງສືບຕໍ່ເພີ່ມທະວີເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນກວ່າເກົ່າ.
(ໂພໄຊ ແກ້ວກັນຍາ)