ສພຂ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

04/09/2025

ສພຂ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ໄດ້ຈັດຂື້ນໃນຕອນເຊົ້າຂອງວັນທີ 03 ກັນຍາ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ມີບັນດາສະຫາຍຄະນະພັກ, ສະມາຊິກພັກ-ພະນັກງານ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ຄອນປະສິດ ສຸນາເຄນ ຮອງເລຂາທິການສະພາປະຊາຊົນແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 14 ມີນາ 2025 ຊຶ່ງໄດ້ຕົກລົງປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກແຂວງໄຊຍະບູລີ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ປະກອບມີທັງ ໝົດ 865 ສະຫາຍ, ເຊິ່ງການມອບຫຼຽນໃນຄັ້ງນີ້ສະພາປະຊາຊົນແຂວງ ມີ 02 ສະຫາຍ ຄື: ສະຫາຍ ຈັດຕະວາ ແກ້ວຄໍາເພັດ ປະທານຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ແລະ ສະຫາຍ ບຸນໄທ ສີເທບ ປະທານຄະນະກໍາມະການຍຸຕິທໍາ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ໂອກາດດັ່ງກ່າວ, ສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ບັນດາສະຫາຍເຖິງຄວາມຮູ້ບຸນຄຸນຢ່າງສຸດຊື້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫ່ຍຫຼວງ ຂອງບັນດາສະຫາຍ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດປະຕິບັດໜ້າທີ່ວຽກງານຂອງຕົນເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ