ສພຂ ມອບອຸປະກອນການຮຽນ ແລະ ເຄື່ອງກິລາ.

24/09/2025

ສພຂ ມອບອຸປະກອນການຮຽນ  ແລະ ເຄື່ອງກິລາ.

ໃນຕອນບ່າຍຂອງວັນທີ 11 ກັນຍາ 2025 ນີ້; ທ່ານ ຈັດຕະວາ ແກ້ວຄໍາເພັດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ປະທານຄະນະກໍາມະການເສດ ຖະກິດ, ແຜນການ ແລະ ການເງິນ; ທ່ານ ບຸນໄທ ສີເທບ ສະມາຊິສະພາປະຊາຊົນແຂວງ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ - ປ້ອງກັນຄວາມສະ ຫງົບ; ທ່ານ ເສັງວິໄລ ສົງ ສະມາຊິກສະພາປະຊາຊົນແຂວງ ວ່າການປະທານຄະນະກໍາ ມະການວັດທະນາທໍາ-ສັງຄົມ ແລະ ບັນດາເຜົ່າ ພ້ອມດ້ອຍຄະນະໄດ້ລົງມອບອຸປະ ກອນການຮຽນ ແລະ ເຄຶອງກິລາ ໃຫ້ໂຮງຮຽນມັດທະຍົມສົມບຸນ ໄຊຍະບູລີ, ມີທ່ານ ອິນທີ ຈັນປະເສີດເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ຄະນະອໍານວຍການໂຮງຮຽນ, ພະນັກງານ-ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນ.
ໂອກາດນີ້, ຍັງໄດ້ຮັບຟັງການລາຍງານສະພາບໃນການຈັດຕັ້ງປະຕິບັດວຽກງານ ແລະ ມີຄໍາສະເໜີໂດຍຫຍໍ້ຂອງໂຮງຮຽນມັດທະຍົມສົມບຸນ ໄຊຍະບູລີ. ຈາກນັ້ນ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍຄະນະກໍ່ໄດ້ມອບປື້ມຂຽນ ຈໍານວນ 450 ຫົວ; ບານສົ່ງ 02 ໜ່ວຍ; ບານເຕະ 01 ໜ່ວຍ; ກະຕໍ້ຫວາຍ 03 ໜ່ວຍ; ຕາໜ່າງບານສົ່ງ 01 ອັນ ແລະ ຕາໜ່າງກະຕໍ້ຫວາຍ 01 ອັນ ລວມມູນຄ່າທັງໝົດ 4,000 , 000 ກວ່າກີບ. ພ້ອມດຽວກັນນີ້, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ກໍ່ຍັງໄດ້ລົງຕິດຕາມເບິ່ງສະພາບອາຄານຮຽນທີ່ກໍາລັງກໍ່ສ້າງໃໝ່ອີກດ້ວຍ.
(ໂພໄຊ ແກ້ວກັນຍາ)