ຜູ້ຮັບສະໝັກເລືອກຕັ້ງ ສສຊ ເຂດທີ 7 ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງຢູ່ 4 ຈຸດຂອງເມືອງປາກລາຍ

17/02/2026

ຜູ້ຮັບສະໝັກເລືອກຕັ້ງ ສສຊ ເຂດທີ 7 ສືບຕໍ່ລົງພົບປະຜູ້ມີສິດເລືອກຕັ້ງຢູ່ 4 ຈຸດຂອງເມືອງປາກລາຍ

ໃນວັນທີ 16 ກຸມພາ 2026ນີ້, ທ່ານ ເພັງນິລັນ ຄໍາພັນເພັງກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ສືບຕໍ່ນຳພາບັນດາທ່ານຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ລົງເຄື່ອນໄຫວແນະນຳຕົວຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງປາກລາຍ ຊຶ່ງມີຈຳນວນ 4 ຈຸດຄື: ສະໂມສອນເມືອງ, ຈຸດບ້ານສຸວັນນະພູມ, ຈຸດບ້ານບວມເລົາຜາແກ້ວ ແລະ ຈຸດກອງພັນໃຫຍ່ 201 ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງເມືອງປາກລາຍ ເຂົ້າຮ່ວມເຄື່ອນໄຫວໃນຄັ້ງນີ້, ໂດຍມີຄະນະນຳຂອງເມືອງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະປະຊາຊົນບັນດາເຜົ່າອ້ອມຂ້າງເມືອງເຂົ້າຮ່ວມຕ້ອນຮັບຢ່າງເປັນຂະບວນການຟົດຟື້ນ.
ໃນພິທີ, ໄດ້ມີການຜ່ານປະຫວັດການເຄື່ອນໄຫວແຕ່ລະໄລຍະຂອງຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ເຂດທີ 7 ຈຳນວນ 13 ທ່ານ, ຍິງ 4 ທ່ານ(ຈະເລືອກເອົາ 9 ທ່ານ) ແລະສສຂ ເຂດເມືອງປາກລາຍ ຈຳນວນ 8 ທ່ານ, ຍິງ 3 ທ່ານ(ຈະເລືອກເອົາ 5 ທ່ານ), ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ-ໜ້າທີ່ຂອງສະມາຊິກສະພາ ແຫ່ງຊາດ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ເພື່ອນຳໄປຄົ້ນຄວ້າ, ພິຈາລະນາ ແລະຕັດສິນໃຈເລືອກເອົາຜູ້ແທນຂອງຕົນ ທີ່ເຫັນວ່າມີມາດຖານຄົບຖ້ວນ ເຂົ້າໄປເຮັດວຽກຢູ່ໃນສະພາ.
ໃນວາລະດັ່ງກ່າວ, ໃນພິທີຍັງໄດ້ມີການສົນທະນາ, ປະກອບຄຳຄິດຄຳເຫັນ ແລະຄຳສະເໜີຕ່າງໆລະຫວ່າງຜູ້ຮັບສະໝັກເລືອກຕັ້ງ ແລະຜູ້ປ່ອນບັດເລືອກຕັ້ງໃນບັນຫາຕ່າງໆ ເປັນຕົ້ນກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະສສຂ ຊຸດທີ V, ການພັດທະນາເສດຖະກິດ-ສັງຄົມ, ການກໍ່ສ້າງພື້ນຖານໂຄງລ່າງ, ບັນຫາຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະອື່ນໆ.
ໂອກາດນີ້, ທ່ານ ເພັງນິລັນ ຄໍາພັນເພັງ ຜູ້ຮັບສະໝັກເລືອກຕັ້ງ ສສຊ ນ້ຳເບີ 1 ພ້ອມຄະນະ ກໍ່ໄດ້ມີຄຳຄິດຄຳເຫັນສົນທະນາແລກປ່ຽນກັບຜູ້ມີສິດປ່ອຍບັດເລືອກຕັ້ງ, ພ້ອມນີ້ ທ່ານກໍ່ໄດ້ຮຽກຮ້ອງຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍຄື: 1. ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2. ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3. ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ4. ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະສຳເລັດທັນຕາມກຳນົດເວລາ 100%./.ໃນວັນທີ 16 ກຸມພາ 2026ນີ້, ທ່ານ ເພັງນິລັນ ຄໍາພັນເພັງກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄດ້ສືບຕໍ່ນຳພາບັນດາທ່ານຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ(ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ລົງເຄື່ອນໄຫວແນະນຳຕົວຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງປາກລາຍ ຊຶ່ງມີຈຳນວນ 4 ຈຸດຄື: ສະໂມສອນເມືອງ, ຈຸດບ້ານສຸວັນນະພູມ, ຈຸດບ້ານບວມເລົາຜາແກ້ວ ແລະ ຈຸດກອງພັນໃຫຍ່ 201 ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ(ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງເມືອງປາກລາຍ ເຂົ້າຮ່ວມເຄື່ອນໄຫວໃນຄັ້ງນີ້, ໂດຍມີຄະນະນຳຂອງເມືອງ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະປະຊາຊົນບັນດາເຜົ່າອ້ອມຂ້າງເມືອງເຂົ້າຮ່ວມຕ້ອນຮັບຢ່າງເປັນຂະບວນການຟົດຟື້ນ.
ໃນພິທີ, ໄດ້ມີການຜ່ານປະຫວັດການເຄື່ອນໄຫວແຕ່ລະໄລຍະຂອງຜູ້ຮັບສະໝັກເລືອກຕັ້ງເປັນ ສສຊ ເຂດທີ 7 ຈຳນວນ 13 ທ່ານ, ຍິງ 4 ທ່ານ(ຈະເລືອກເອົາ 9 ທ່ານ) ແລະສສຂ ເຂດເມືອງປາກລາຍ ຈຳນວນ 8 ທ່ານ, ຍິງ 3 ທ່ານ(ຈະເລືອກເອົາ 5 ທ່ານ), ພ້ອມທັງຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ, ພາລະບົດບາດ, ສິດ-ໜ້າທີ່ຂອງສະມາຊິກສະພາ ແຫ່ງຊາດ ໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ເພື່ອນຳໄປຄົ້ນຄວ້າ, ພິຈາລະນາ ແລະຕັດສິນໃຈເລືອກເອົາຜູ້ແທນຂອງຕົນ ທີ່ເຫັນວ່າມີມາດຖານຄົບຖ້ວນ ເຂົ້າໄປເຮັດວຽກຢູ່ໃນສະພາ.
ໃນວາລະດັ່ງກ່າວ, ໃນພິທີຍັງໄດ້ມີການສົນທະນາ, ປະກອບຄຳຄິດຄຳເຫັນ ແລະຄຳສະເໜີຕ່າງໆລະຫວ່າງຜູ້ຮັບສະໝັກເລືອກຕັ້ງ ແລະຜູ້ປ່ອນບັດເລືອກຕັ້ງໃນບັນຫາຕ່າງໆ ເປັນຕົ້ນກ່ຽວກັບການເລືອກຕັ້ງ ສສຊ ຊຸດທີ X ແລະສສຂ ຊຸດທີ V, ການພັດທະນາເສດຖະກິດ-ສັງຄົມ, ການກໍ່ສ້າງພື້ນຖານໂຄງລ່າງ, ບັນຫາຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ແລະອື່ນໆ.
ໂອກາດນີ້, ທ່ານ ເພັງນິລັນ ຄໍາພັນເພັງ ຜູ້ຮັບສະໝັກເລືອກຕັ້ງ ສສຊ ນ້ຳເບີ 1 ພ້ອມຄະນະ ກໍ່ໄດ້ມີຄຳຄິດຄຳເຫັນສົນທະນາແລກປ່ຽນກັບຜູ້ມີສິດປ່ອຍບັດເລືອກຕັ້ງ, ພ້ອມນີ້ ທ່ານກໍ່ໄດ້ຮຽກຮ້ອງຜູ້ມີສິດເລືອກຕັ້ງ ຈົ່ງພ້ອມກັນໄປໃຊ້ສິດຂອງຕົນໃນການເລືອກຕັ້ງໃນວັນອາທິດທີ 22 ກຸມພາທີ່ຈະມາເຖິງນີ້ ໃຫ້ບັນລຸຜົນສຳເລັດຕາມສີ່ລະດັບຄາດໝາຍຄື: 1. ນຳພາຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໃຫ້ຄົບຖ້ວນ 100%, 2. ນຳພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, 3. ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມປອດໄພ 100% ແລະ4. ນຳພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະສຳເລັດທັນຕາມກຳນົດເວລາ 100%./.