ຜູ້ສະໝັກຮັບເລືອກຕັ້ງ ສສຊ ແລະ ສສຂ ເຂດ7 ສືບຕໍ່ລົງໂຄສະນາຫາສຽງຢູ່ ເມືອງ ທົ່ງມີໄຊ. ………………………….

18/02/2026

ຜູ້ສະໝັກຮັບເລືອກຕັ້ງ ສສຊ ແລະ ສສຂ ເຂດ7 ສືບຕໍ່ລົງໂຄສະນາຫາສຽງຢູ່  ເມືອງ ທົ່ງມີໄຊ.                       ………………………….

ໃນວັນທີ 17 ກຸມພາ 2026 ນີ້ ຜູ້ຮັບສະໝັກເລືອກຕັ້ງ ສະມາ ຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະຜູ້ຮັບສະໜັກເລືອກຕັ້ງສະມາຊີກສະພາ ປະ ຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ ທົ່ງມີໄຊ ໄດ້ສືບຕໍ່ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ 3 ຈຸດ ຄື: ຈຸດສໍານັກງານໃຫຍ່ຂອງເມືອງ, ຈຸດບ້ານໃໝ່ ແລະ ຈຸດ ມສ ເມືອງທົ່ງມີໄຊ, ຊື່ງນໍາໂດຍທ່ານ ມີໄຊ ພົມເຂ ກຳມະການສຳຮອງສູນກາງພັກ ຮອງຫົວໝ້າຫ້ອງວ່າການສູນກາງພັກ ຜູ້ ສະໝັກເລືອກຕັ້ງນໍ້າເບີ 2 , ພ້ອມດ້ວຍຜູ້ຮັບສະໜັກ ສະມາຊິກສະພາແຫ່ງຊາດ ຊຸດທີX ແລະ ສະພາປະຊາຊົນແຂວງຊຸດທີ V ປະຈຳເຂດເລືອກຕັ້ງເມືອງ ທົ່ງມີໄຊເຂົ້າຮ່ວມ,ໂດຍການຕ້ອນຮັບຂອງທ່ານ ນາງ ບົວສອນ ອິນທະວົງ ຮອງເລຂາພັກເມືອງ ມີບັນດາການນໍາຂອງເມືອງ, ພະນັກງານອ້ອມຂ້າງເມືອງ,ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງ ເຂົ້າຮ່ວມ.
ການລົງເຄື່ອນໄຫວພົບປະ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຄັ້ງນີ້ ຈາກນັ້ນຜູ້ສະໝັກ ກໍໄດ້ຜັດປ່ຽນກັນສະເໜີຊື່ ແລະ ຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ພ້ອມທັງນຳສະເໝີແຜນການເຄື່ອນໄຫວແລະ ທິດທາງການປະຕິບັດໝ້າທີ່ການເມືອງຂອງຕົນ, ພ້ອມທັງຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງຈົ່ງພ້ອມກັນໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ນີ້ໃຫ້ເປັນຂະບວນການຟົດຟື້ນແລະໄດ້ຮັບຜົນສຳເລັດຕາມຄາດໜາຍທີ່ວາງໄວ້. ສະເພາະເມືອງທົ່ງມີໄຊ ໄດ້ກຳນົດຈຸດປ່ອນບັດເລືອກຕັ້ງທັງໝົດຈໍານວນ 17 ໜ່ວຍ, ໃນນີ້ໜ່ວຍປ່ອນບັດຂັ້ນບ້ານ 13 ໜ່ວຍ ແລະ ໜ່ວຍປ່ອນບັດຂອງກໍາລັງປະກອບອາວຸດ 4 ໜ່ວຍ, ເຊິ່ງມີຜູ້ມີສິດເລືອກຕັ້ງທັງໝົດ7.294 ຄົນ, ຍິງ 3.398 ຄົນ ແລະ ຜູ້ມີສິດປ່ອນບັດມີໜ້າຕົວຈິງ 6.728 ຄົນ, ຍິງ 3.167 ຄົນ, ບໍ່ມີໜ້າ 566 ຄົນ, ຍິງ 227 ຄົນ, ໃນນີ້ໄປຮຽນ ແລະອອກແຮງງານຢູ່ພາຍໃນປະເທດ 238 ຄົນ, ຍິງ 89 ຄົນ, ໄປຮຽນ ແລະ ອອກແຮງງານຢູ່ ຕ່າງປະເທດ 328 ຄົນ, ຍິງ 138 ຄົນ.
........................