ກອງປະຊຸມຕິດຕາມ ກວດກາວຽກງານຮອບດ້ານ ແລະ ບັນຍາກາດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງໄຊຍະບູລີ. ........................................................................
22/02/2026
ກອງປະຊຸມຕິດຕາມ ກວດກາວຽກງານຮອບດ້ານ ແລະ ບັນຍາກາດການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ໄດ້ຈັດຂື້ນໃນຕອນເຊົ້າຂອງ ວັນທີ 19 ກຸມພາ 2026 ຢູ່ທີ່ຫ້ອງປະຊຸມ (ຊັ້ນ 4 ) ຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ປອ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຮອງປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ແລະ ທ່ານ ນາງ ທັດສະດາພອນ ຈັນທະມາດ ຮອງປະທານກໍາມາທິການບັນດາເຜົ່າ, ກໍາມະການ ອະນຸກໍາມະການເລຂານຸການ ຄະນະກໍາມະການເລືອກຕັ້ງລະດັບຊາດ ມີຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ທິມງານຈາກສູນກາງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການລາຍງານວຽກງານການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ແຂວງໄຊຍະບູລີ ຕໍ່ທີມງານ ອະນຸກໍາມະການເລຂານຸການ ຄະນະ ກໍາມະການເລືອກຕັ້ງລະດັບຊາບ ຮັບຊາບ ຈາກນັ້ນ; ຜູ້ເຂົ້າ ຮ່ວມກອງປະຊຸມກໍ່ໄດ້ແລກປ່ຽນຄໍາຄິດ - ຄໍາເຫັນຢ່າງກົງໄປກົງມາ ເພື່ອຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ສະເໜີວິທີການແກ້ໄຂໃນຕໍ່ໜ້າ, ພ້ອມດ່ຽວກັນນັ້ນ; ທ່ານ ນາງ ທັດສະດາພອນ ຈັນທະມາດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ຄະນະກໍາມະການເລືອກຕັ້ງແຂວງໄຊຍະບູລີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນການ ກະກຽມ ແລະ ດໍາເນີນການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ເປັນຕົ້ນແມ່ນດ້ານເນື້ອໃນ, ວຽກງານບໍລິຫານ ແລະ ອໍານວຍຄວາມສະດວກຮອບດ້ານຕາມຄວາມຮັບ ຜິດ ຊອບ ເພື່ອຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ຕື່ນຕົວສະໝັກໃຈ ນໍາໃຊ້ສິດປະຊາທິປະໄຕຂອງຕົນ ເຂົ້າໃນການເລືອກຕັ້ງໃຫ້ໄດ້ຮັບຜົນດີ.

