ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 7 ແລະ ສສຂ ຊຸດທີ V ສືບຕໍ່ລົງໂຄສະນາຫາສຽງຢູ່ ເມືອງ ແກ່ນທ້າວ. ………………………
22/02/2026
ໃນຕອນບ່າຍຂອງວັນທີ 19 ກຸມພາ 2026 ນີ້ ທີ່ສະໂມສອນໃຫຍ່ຂອງເມືອງ ແກ່ນທ້າວ ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ແລະຜູ້ຮັບສະໜັກເລືອກຕັ້ງສະມາຊີກສະພາປະຊາ ຊົນແຂວງ ຊຸດທີ v ປະຈຳເຂດເລືອກຕັ້ງເມືອງ ແກ່ນທ້າວ ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ ເມືອງ ແກ່ນທ້າວ ແຂວງ ໄຊຍະບູລີ , ນໍາພາໂດຍທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຜູ້ສະໝັກເລືອກຕັ້ງນໍ້າເບີ 1 , ພ້ອມດ້ວຍຜູ້ຮັບສະໜັກ ສະມາຊິກສະພາແຫ່ງຊາດຊຸດທີxແລະ ສະພາປະຊາຊົນ ແຂວງຊຸດທີ່ v ປະຈຳເຂດ ເລືອກຕັ້ງເມືອງ ແກ່ນທ້າວ ເຂົ້າຮ່ວມ,ໂດຍການຕ້ອນຮັບຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງ ແກ່ນທ້າວ ພ້ອມດ້ວຍການນໍາຂອງເມືອງ, ພະນັກງານອ້ອມຂ້າງເມືອງ,ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງ ເຂົ້າຮ່ວມ.

ໃນການລົງໂຄສະນາຫາສຽງຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຊີວະປະຫວັດແລະການເຄື່ອນໄຫວທີ່ສະແດງເຖິງຄວາມມຸ້ງມາດປາດຖະໝາໃນການເປັນຕົວແທນແຫ່ງສິດແລະຜົນປະໂຫຍດອັນຊອບທຳຂອງພໍ່ແມ່ປະຊາຊົນ,ໂອກາດນີ້ຜູ້ລົງສະໜັກສະມາຊິກສະພາແຫ່ງຊາດ ຊຸດທີ x ປະຈຳເຂດເລືອກຕັ້ງທີ7 ແຂວງ ໄຊຍະບູລີ ແລະສະມາຊີກສະພາປະຊາຊົນແຂວງ ຊຸດທີ v ປະຈຳເຂດເລືອກຕັ້ງເມືອງ ແກ່ນທ້າວ ໄດ້ເນັ້ນໃຫ້ອົງການປົກຄອງເມືອງພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເມືອງຈົ່ງພ້ອມກັນໃຊ້ສິດຂອງຕົນໄປປ່ອນບັດເລືອກຕັ້ງເອົາສະມາຊີກສະພາແຫ່ງຊາດຊຸດທີ x ແລະສະມາຊິກສະພາປະຊາຊົນແຂວງຊຸດທີ v ໃນວັນທີ22 ກຸມພາ 2026 ນີ້ຮັບປະກັນໃຫ້ບັນລຸຕາມຄາດໜ່ວຍທີ່ວາງໄວ້.
ເມືອງ ແກ່ນທ້າວ ມີ 47 ບ້ານ, ມີ 8.602 ຄອບຄົວ, ມີພົນລະເມືອງທັງໝົດ 44,795 ຄົນ, ຍິງ 21,765 ຄົນ, ໄດ້ຈັດຕັ້ງເປັນໜ່ວຍປ່ອນບັດເລືອກຕັ້ງທັງໝົດ 53 ໜ່ວຍ, ໃນນັ້ນມີ ໜ່ວຍປ່ອນບັດເລືອກ ຕັ້ງຂັ້ນບ້ານ 51 ໜ່ວຍ ແລະ ໜ່ວຍປ່ອນບັດຢູ່ກຳລັງປະກອບອາວຸດ 2 ໜ່ວຍ, ມີຈຳນວນຜູ້ມີສິດປ່ອນບັດ ເລືອກຕັ້ງມີທັງໝົດ 26.116 ຄົນ, ຍິງ 13.212 ຄົນ. (ປະຈຸບັນສໍາເລັດການປ່ອນບັດເລືອກຕັ້ງຢູ່ 2 ໜ່ວຍ ກໍາລັງປະກອບອາວຸດ ໃນວັນທີ 14 ກຸມພາ 2026, ຍັງເຫຼືອ 51 ໜ່ວຍເລືອກຕັ້ງຂັ້ນບ້ານ).
…………………..

