ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ x ປະຈໍາເຂດເລືອກຕັ້ງ ທີ 7 ແລະ ຜູ້ຮັບສະໜັກເລືອກຕັ້ງສະມາຊີກສະພາ ປະຊາຊົນແຂວງ ຊຸດທີ v ສືບຕໍ່ລົງໂຄສະນາຫາສຽງຢູ່ເມືອງ ໄຊຍະບູລີ.

22/02/2026

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ x ປະຈໍາເຂດເລືອກຕັ້ງ ທີ 7 ແລະ ຜູ້ຮັບສະໜັກເລືອກຕັ້ງສະມາຊີກສະພາ  ປະຊາຊົນແຂວງ ຊຸດທີ v ສືບຕໍ່ລົງໂຄສະນາຫາສຽງຢູ່ເມືອງ ໄຊຍະບູລີ.

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2026 ນີ້ ທີ່ເດີນສະໝາມຫຼວງຂອງແຂວງ ໄຊຍະບູລີ ຜູ້ຮັບສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ 13 ທ່ານ ,ຍິງ 4 ທ່ານ ແລະຜູ້ຮັບສະໜັກເລືອກຕັ້ງສະມາຊີກສະພາ ປະຊາຊົນແຂວງ ຊຸດທີ v ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ 8 ທ່ານ,ຍິງ 3 ທ່ານ , ໄດ້ລົງໂຄສະນາຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຢູ່ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ , ນໍາພາໂດຍທ່ານ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ຜູ້ ສະໝັກເລືອກຕັ້ງນໍ້າເບີ 1 , ພ້ອມດ້ວຍຜູ້ຮັບສະໜັກ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ ແລະ ສະພາປະຊາຊົນ ແຂວງຊຸດທີ v ປະຈຳເຂດ ເລືອກຕັ້ງເມືອງໄຊຍະບູລີ ເຂົ້າຮ່ວມ. ໂດຍການຕ້ອນຮັບຂອງທ່ານ ຈັນເພັງ ອູ່ທອງຄຳ ປະທານຄະນະກຳມະການປົກຄອງເມືອງ ໄຊຍະບູລີ, ພ້ອມດ້ວຍການນໍາຂອງເເຂວງ-ຂອງເມືອງ, ພະນັກງານອາວຸໂສບໍານານ,ພະນັກງານອ້ອມຂ້າງແຂວງ,ຂອງເມືອງ ໄຊຍະບູລີ,ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນເທດສະບານເມືອງ ໄຊຍະບູລີເຂົ້າຮ່ວມ.
ການລົງເຄື່ອນໄຫວພົບປະແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງຄັ້ງນີ້ ຜູ້ສະໝັກ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແຂວງ ໄຊຍະບູລີ ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ v ປະຈຳເມືອງ ໄຊຍະບູລີ ໄດ້ຜັດປ່ຽນກັນ ສະເໜີຊື່ ແລະ ປະຫວັດການ ເຄື່ອນໄຫວ ,ຄວາມຮູ້,ຄວາມມຸ້ງຫວັງທີ່ສະໜັກເປັນສະມາຊີກສະພາແຫ່ງຊາດເພື່ອເປັນຕົວແທນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ, ຈາກນັ້ນຜູ້ສະໝັກຮັບເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງຈົ່ງໄດ້ຮ່ວມຈິດຮ່ວມໃຈ ເຂົ້າຮ່ວມຂະບວນການເລືອກຕັ້ງໃນຄັ້ງ ນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີ ມາດຖານເງື່ອນໄຂ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ ກວ້າງໄກ ເພື່ອມາເປັນຕົວແທນໃຫ້ປະຊາຊົນ ເຂົ້າໄປຢູ່ໃນສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໄດ້ຢ່າງສົມບູນ. ພ້ອມນີ້ຜູ້ສະໜັກຍັງໄດ້ໃຫ້ຄຳສັນຍາວ່າຖ້າໄດ້ຮັບເລືອກຕັ້ງເປັນສະມາຊີກສະພາແລ້ວຈະປະຕິບັດໝ້າທີຂອງຕົນຢ່າງສຸດຄວາມສາມາດແລະຈະນຳເອົາຄວາມຮູ້,ຄວາມສາມາດຂອງຕົນເອງມາພັດທະນາແຂວງໂດຍສະເພາະເມືອງ ໄຊຍະບູລີ ໃຫ້ພັດທະນາຂື້ນໄປເລື້ອຍໆ.
ທົ່ວເມືອງໄຊຍະບູລີ ມີປະກອບທັງໜົດ 78 ບ້ານ, ມີ ພົນລະເມືອງທັງໜົດ 84,061 ຄົນ, ຍິງ 41,473 ຄົນ, ໄດ້ກຳນົດໜ່ວຍປ່ອນບັດເລືອກຕັ້ງອອກເປັນ 111 ໜ່ວຍ .ມີຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງຕົວຈິງ 54.161 ຄົນ, ຍິງ 24.505 ຄົນ.
.......................