ບັນຍາກາດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V ຢູ່ເມືອງໄຊຍະບູລີ.
24/02/2026
ສຳລັບການການປ່ອນບັດເລືອກຕັ້ງ ສສຊ ແລະ ສສຂ ໃນຄັ້ງນີ້ແມ່ນໄດ້ເລີ່ມເປີດຫີບບັດຂຶ້ນຢ່າງເປັນທາງການ ແລະ ເປັນເອກະພາບກັນໃນທົ່ວປະເທດ ເລີ່ມແຕ່ເວລາ 7:00 ໂມງເຊົ້າ ແລະ ປິດຫີບບັດໃນເວລາ 17 ໂມງແລງ ຂອງວັນທີ 22 ກຸມພາ 2026ນີ້, ສຳລັບເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ຢູ່ໃນແຕ່ລະເມືອງກໍເປັນຂະບວນຟົດຟື້ນ.
ສະເພາະບັນຍາກາດໃນເມືອງໄຊຍະບູລີ ກໍເຊັ່ນດຽວກັນ ປະຊາຊົນໄດ້ພາກັນໄປໃຊ້ສິດຂອງຕົນຢ່າງຕັ້ງໜ້າ, ທີ່ໜ່ວຍປ່ອນບັດໃນເທດສະບານເມືອງ ໂດຍມີການນຳຂັ້ນແຂວງ ທ່ານ ດວງຕາ ໄຊວຸດ ປະທານຄະນະປົກຄອງແຂວງ ຮ່ວມໃຊ້ສິດປະຊາທິປະໄຕ ເລືອກເອົາ ສສຊ ປະຈຳເຂດເລືອກຕັ້ງທີ 7 ແລະ ສສຂ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ, ມີບັນດາທ່ານ ກຳມະການພັກແຂວງ ເລຂາພັກເມືອງ ປະທານຄະນະກຳມະ ການເລືອກຕັ້ງຂັ້ນເມືອງ ພ້ອມການນຳເມືອງ, ພະນັກງານ, ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນບ້ານດອນເງິນ ແລະ ບ້ານດອນໃໝ່ ເມືອງໄຊຍະບູລີ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ ຄືເປັນບຸນປາງໃຫຍ່.

ທ່ານ ຈັນເພັງ ອູ່ທອງຄໍາ ປະທານຄະນະປົກຄອງເມືອງ ໄຊຍະບູລີ ໂດຍທົ່ວ ເມືອງໄຊຍະບູລີ ປະກອບມີ 78 ບ້ານ, ມີພົນລະເມືອງທັງໝົດ 84,061 ຄົນ, ຍິງ 41, 473 ຄົນ, ໄດ້ກໍານົດໜ່ວຍປ່ອຍບັດເລືອກຕັ້ງອອກເປັນ 111 ໜ່ວຍ. ມີຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດຕາມສໍາມະໂນຄົວ 54, 161 ຄົນ, ຍິງ 24,505 ຄົນ, ຜູ້ສາມາດປ່ອນບັດຢູ່ໃນບ້ານຂອງຕົນມີ 24,498, ຍິງ 12,104 ຄົນ, ເພື່ອຮັບໃຊ້ໃຫ້ແກ່ກໍາລັງ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ໜ່ວຍເຄື່ອນທີ່.ສຳລັບຜູ້ມີສິດປ່ອນບັດເລືອກຕັ້ງທີ່ບໍ່ສາມາດມາໃຊ້ສິດດ້ວຍຕົນເອງໄດ້ ໃນແຕ່ລະໜ່ວຍ ທາງເມືອງກໍ່ໄດ້ມອບໃຫ້ຄະນະຮັບຜິດຊອບໃນແຕ່ລະໜ່ວຍບັດ ແບ່ງຄວາມຮັບຜິດຊອບໃຫ້ທີມງານເອົາຫີບນ້ອຍເຄື່ອນທີ່ທັງສອງຫີບ ເພື່ອນໍາໄປໃຫ້ຜູ້ມີສິດທີ່ເປັນຜູ້ອາຍຸສູງ, ໄປມາຍາກ ແລະ ເຈັບເປັນກະທັນຫັນ ໃຫ້ໄດ້ໃຊ້ສິດຄົບຕາມຈໍານວນ.
ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ ຄື: (1) ນໍາພາຜູ້ມີ ສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງ ໃຫ້ຄົບຖ້ວນ 100%, (2) ນໍາພາຜູ້ມີສິດເລືອກຕັ້ງໃຫ້ຮູ້ ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບ ການເລືອກຕັ້ງ 100%, (3) ນໍາພາ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະ ມີຄວາມ ປອດໄພ 100% ແລະ (4) ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະ ສຳ ເລັດຕາມກຳນົດເວລາ 100% ທາງເມືອງຄາດຄະເນວ່າ ໃນການປະຕິບັດໃຫ້ໄດ້ 400 % ແມ່ນຈະບັນລຸຕາມຄາດໝາຍທີ່ວາງໄວ້. ເນື່ອງຈາກວ່າການນຳເມືອງໄດ້ມີມາດຕະການ ແລະ ໄດ້ມອບໝາຍໃຫ້ຄະນະກຳມະການເລືອກຕັ້ງຂັ້ນເມືອງ ຕ້ອງໄດ້ລົງຊີ້ນໍາປະຈຳຢູ່ແຕ່ລະໜ່ວຍປ່ອນບັດ, ມອບໃຫ້ກໍາລັງປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂັ້ນເມືອງ ແລະ ຂັ້ນບ້ານສົມທົບກັນປ້ອງກັນເວນຍາມປະຈຳຢູ່ແຕ່ລະຈຸດປ່ອນບັດ.


