13/04/2026
ໃນຕອນບ່າຍຂອງວັນທີ 8 ເມສາ 2026 ນີ້, ທ່ານ ນ. ວັນນາ ພົມວິສອນ ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາ ຊົນແຂວງ, ເລຂາທິການສະພາປະຊາຊົນແຂວງ, ໃນນາມຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ, ຫົວໜ້າກອງເລຂາກອງປະຊຸມ ຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ມີຄວາມຍິນດີ ແລະ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ການນໍາພັກ-ລັດ, ພະນັກງານ,ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກ ແຮງງານ, ຜູ້ປະກອບການ, ປະຊາຊົນລາວບັນດາເຜົ່າ, ຊາວຕ່າງດ້າວ ທີ່ດໍາລົງຊີວິດຢູ່ພາຍໃນແຂວງໄຊຍະບູລີ ເພື່ອຮັບຊາບ ແລະ ຕິດຕາມການ ດຳເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ໂດຍປະຕິບັດຕາມ ມາດຕາ 53 ຂອງກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງປີ 2024 ກ່ຽວກັບການດໍາເນີນກອງປະຊຸມຄັ້ງປະຖົມມລຶກ ຂອງສະພາປະຊາຊົນແຂວງ ແລະ ອີງຕາມ ແຜນການ ດໍາເນີນ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 19 /ຄປຈ.ຊຍ, ລົງວັນທີ 1 ເມສາ 2026; ມະຕິຂອງຄະນະປະຈຳສະພາປະຊາຊົນແຂວງ ວ່າດ້ວຍການອານຸມັດເປີດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ສະບັບເລກທີ 18/ຄປຈ.ຊຍ, ລົງວັນທີ 1 ເມສາ 2026.
ກອງປະຊຸມຈະໄດ້ໄຂຂຶ້ນຢ່າງເປັນທາງການ, ໃນຕອນເຊົ້າ ເລີ່ມເວລາ 8 ໂມງ 00 ນາທີ ຂອງວັນທີ 9-10 ເມສາ 2026 ຢູ່ທີ່ຫ້ອງປະຊຸມໃຫ່ຍຂອງແຂວງ, ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມເປັນເວລາ 2 ວັນ, ພາຍໃຕ້ການນເປັນປະທານຂອງ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ. ກອງປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຍິ່ງ ຊຶ່ງເປັນກອງປະຊຸມຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນການເຄື່ອນໄຫວປະຕິບັດພາລະບົດບາດສິດ ແລະ ໜ້າທີ່ຂອງສະພາປະຊາຊົນແຂວງ ຊຸດທີ V ຈະໄດ້ສຸມໃສ່ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ດັ່ງນີ້: ພິຈາລະນາ ແລະ ຮັບຮອງເອົາບັນດາກົງຈັກ ແລະ ບຸກຄະລາກອນຂອງສະພາປະຊາຊົນແຂວງ ຊຸດທີ V. 1.ຈະໄດ້ຮັບຟັງການລາຍງານຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ V; 2.ເລືອກຕັ້ງເອົາ ປະທານສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ IV; 3.ເລືອກຕັ້ງເອົາບັນດາຮອງປະທານສະພາປະຊາຊົນແຂວງ ແລະ ກໍາມະການ ປະຈໍາສະພາປະຊາຊົນແຂວງ ຊຸດທີ V ຕາມການສະເໜີຂອງປະທານສະພາປະຊາຊົນແຂວງ ຊຸດທີ V; 4.ພິຈາລະນາຮັບຮອງເອົາກົງຈັກຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ການແຕ່ງຕັ້ງ ບັນດາປະທານຄະນະກໍາມະການ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາມການສະເໜີຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ V ; 5.ແຈ້ງຜົນການຮັບຮອງເອົາໂຄງປະກອບ-ບຸກຄະລາກອນ ຢູ່ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ຜົນກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ໃນການພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງຫົວໜ້າພະແນກການຂອງແຂວງ
II.ກອງປະຊຸມ ພິຈາລະນາ, ຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ, ອົງການກວດສອບປະຈໍາພາກ ເໜຶອ 1, ອົງການກວດກາລັດແຂວງ.
1.ບົດລາຍງານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ (2026 -2030); 2.ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບປະຈໍາພາກເໜືອ1 ;3.ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດແຂວງ;
III. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ.
1.ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນແຂວງ; 2.ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນແຂວງ;
IV. ພິຈາລະນາ, ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນແຂວງ ຊຸດທີ V.
1.ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ; 2.ບົດລາຍງານ ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ ແຕ່ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V; ທັງໝົດນີ້ ແມ່ນບັນດາເນື້ອໃນທີ່ນໍາເຂົ້າພິຈາລະນາ ແລະ ຮັບຮອງຢູ່ໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V. ພິເສດ, ກອງປະຊຸມໃນຄັ້ງນີ້ ຈະໄດ້ມີພິທິມອບຫຼຽນກາລະນຶກ ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ໃຫ້ສະມາຊິກສະພາປະຊາຊົນແຂວງ ທີ່ຫາກໍ່ສໍາເລັດໜ້າທີ່ໄປແລ້ວນັ້ນ. ອີກເທື່ອໜຶ່ງ, ໃນນາມຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງ ຂ້າພະເຈົ້າ ຂໍເຊີນຊວນມາຍັງບັນດາທ່ານພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ, ນັກຮຽນ, ນັກສຶກສາ, ປັນຍາຊົນ, ກຳມະກອນ, ຊາວຜູ້ອອກແຮງງານ, ຜູ້ປະກອບການ, ປະຊາຊົນລາວ ບັນດາເຜົ່າ, ຊາວຕ່າງດ້າວ ທີ່ດໍາລົງຊີວິດຢູ່ແຂວງໄຊຍະບູລີ ຈົ່ງພ້ອມກັນຕິດຕາມ-ຮັບຟັງ, ສະໜັບສະໜູນ, ໃຫ້ການຮ່ວມມື ແລະ ປະກອບສ່ວນສົ່ງຄໍາຄິດຄໍາເຫັນໂດຍກົງ ເຖິງກອງປະຊຸມຂອງພວກເຮົາໄດ້, ກອງປະຊຸມຄັ້ງນີ້ ຈະໄດ້ມີການຖ່າຍທອດສົດທາງວິທະຍຸກະຈາຍສຽງຂອງແຂວງໄຊຍະບູລີ ແລະ ຈະໄດ້ເປີດໂທລະສັບສາຍດ່ວນ 074 156 ໂດຍບໍ່ໄດ້ເສຍຄ່າໂທ ເພື່ອຮັບເອົາຄຳຄິດເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນ ຫຼື ຈະຂຽນເປັນໂທລະສານສົ່ງມາຍັງກອງປະຊຸມ ຕາມວາລະດໍາເນີນກອງປະຊຸມ ໃນໂມງລັດຖະການ.

