ສພຂ ໄຊຍະບູລີ ເປີດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ V.

13/04/2026

ສພຂ ໄຊຍະບູລີ ເປີດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ V.

ຕອນເຊົ້າວັນທີ 9 ເມສາ 2026 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ເປີດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການ ສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ອາດີດການນໍາຂອງແຂວງ, ສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 7, ສະມາຊິກສະພາປະຊາຊົນແຂວງ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ V ເຊິ່ງທ່ານໄດ້ກ່າວວ່າ: ຕະຫຼອດໄລຍະ 5 ປີທີ່ຜ່ານມາ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ໜ້າທີ່ການເມືອງຂອງຕົນ ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ປະຕິບັດພາລະບົດບາດຂອງຕົນດ້ວຍຄວາມຮັບຜິດຊອບສູງ ຊຶ່ງໃນໄລຍະ 5 ປີຜ່ານມາ ສະພາປະຊາຊົນແຂວງ ຊຸດທີ IV ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ ໃນການເຄື່ອນໄຫວວຽກງານຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ແລະ ກົດໝາຍ ຈໍານວນໜຶ່ງທີ່ກ່ຽວຂ້ອງ, ຊຸກຍູ້ຕິດຕາມ ການຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກໍາໃຕ້ກົດໝາຍ ຂອງບັນດາພະແນກການ ໃນການຊຸກຍູ້ປະເມີນເພື່ອກ້າວໄປສູ່ການປັບປຸງຫຼາຍສະບັບ, ພິຈາລະນາ ແລະ ຮັບຮອງເອົາກົງຈັກ ແລະ ບຸກຄະລາກອນ ຂອງຄະນະກໍາມະການປົກຄອງແຂວງ, ຄະນະກໍາມະການປົກຄອງເມືອງ, ຕາແສງ, ພິຈາລະນາຮັບຮອງເອົາບັນຫາສໍາຄັນຂອງແຂວງ ຜ່ານການດໍາເນີນກອງປະຊຸມແຕ່ລະສະໄໝ, ລົງຕິດຕາມກວດກາ ບັນດາໂຄງການ ທີ່ເປັນຜົນກະທົບຕໍ່ປະຊາຊົນຜູ້ມີສິດເລືອກຕັ້ງ ໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ການປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືແຂວງໄຊຍະບູລີ ຕາມຈຸດໝາຍທີ່ໄດ້ກໍານົດໄວ້. ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງເອົາບັນຫາພຶ້ນຖານສໍາຄັນຄື: ຮັບຟັງບົດລາຍງານຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ຄົ້ນຄວ້າ, ພິຈາ ລະນາ ແລະ ຮັບຮອງ ເອົາໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງສະພາປະຊາຊົນແຂວງ ຊຸດທີ V ເຊິ່ງປະກອບມີ ປະທານ-ຮອງປະທານສະພາປະຊາຊົນແຂວງ, ກໍາມະການຄະນະປະຈໍາ, ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການ ຂອງສະພາປະຊາຊົນແຂວງ, ຮັບຟັງການແຈ້ງຜົນການຮັບຮອງໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງຄະນະກໍາມະການປົກຄອງແຂວງ, ຮັບຟັງບົດລາຍງານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຂອງແຂວງ 5 ປີ (2026-2030),ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບປະຈໍາພາກເໜືອ,ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດແຂວງ,ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນແຂວງ,ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການໄອຍະການປະຊາຊົນແຂວງ,ຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສະພາປະຊາຊົນແຂວງ,ບົດລາຍງານ ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ ແຕ່ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V,ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາ ຮ່າງ ມະຕິຂອງກອງປະຊຸມ ຈໍານວນ 7 ມະຕິ ຄື: ຮ່າງ ມະຕິ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຂອງແຂວງ 5 ປີ (2026-2030),ຮ່າງ ມະຕິ ຮັບຮອງເອົາ ແຜນການເຄື່ອນ ໄຫວວຽກງານ 5 ປີ (2026-2030) ຂອງອົງການກວດສອບປະຈໍາພາກເໜືອ,ຮ່າງ ມະຕິ ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງອົງການກວດກາລັດແຂວງ,ຮ່າງມະຕິ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນແຂວງ,ຮ່າງມະຕິ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026- 2030) ຂອງອົງການໄອຍະການປະຊາຊົນແຂວງ,ຮ່າງ ມະຕິ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026- 2030) ຂອງສະພາປະຊາຊົນແຂວງ,ຮ່າງ ມະຕິ ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ ແຕ່ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V. ກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V ຈະໄດ້ດໍາເນີນເປັນເວລາ 2 ວັນ ຈຶ່ງສໍາເລັດ.
............................
ຂ່າວ: ສພຂ ໄຊຍະບູລີ