ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V ໄດ້ອັດລົງດ້ວຍຜົນສຳເລັດ ແລະ ຮັບຮອງເອົາຫຼາຍມະຕິທີ່ສຳຄັນ

13/04/2026

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V ໄດ້ອັດລົງດ້ວຍຜົນສຳເລັດ ແລະ ຮັບຮອງເອົາຫຼາຍມະຕິທີ່ສຳຄັນ

ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ V ໄດ້ອັດລົງດ້ວຍຜົນສໍາເລັດ, ໃນວັນທີ 10 ເມສາ 2026, ນີ້, ທ່ານ ນ. ວັນນາ ພົມວິສອນ ກໍາມະການພັກແຂວງ ຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກໍາ ມະການ ວັດທະນະທໍາ, ບັນດາເຜົ່າ ແລະ ສາສະໜາ.ໄດ້ຖະ ແຫຼງຂ່າວຜົນສໍາເລັດກອງປະຄັ້ງປະຖົມມະລຶກ ຂອງສະພາປະຊາ ຊົນແຂວງໄຊຍະບູລີ ຊຸດທີ V ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນ, ນັບແຕ່ວັນທີ 09 - 10 ເມສາ 2026 ໂດຍ ການນໍາພາດໍາເນີນກອງປະຊຸມ ຂອງທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ບັນດາທ່ານການນໍາພັກ - ລັດ ຂອງແຂວງ, ສະ ມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ສະມາ ຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຕາງໜ້າແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ພະນັກງານອາວຸໂສ - ບໍານານ, ອາດີດສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7, ອາດິດສະມາຊິກສະພາປະຊາຊົນແຂວງ, ນາຍບ້ານ ເທດສະບານ 24 ບ້ານ, ນັກທຸລະກິດ, ຜູ້ປະກອບ ການ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ ຈໍານວນ 260 ທ່ານ, ຍິງ 66 ທ່ານ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ເຄັ່ງຮ້ອນ ດ້ວຍການເສີມຂະຫຍາຍສິດປະຊາທິປະໄຕ ຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ສຸມເຫື່ອແຮງສະຕິປັນຍາ ເຂົ້າໃນການປະຕິບັດໜ້າທີ່ໃນການເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ຊາວແຂວງໄຊຍະບູລີ, ສະມາຊິກສະພາປະຊາຊົນແຂວງ ໄດ້ມີຄໍາເຫັນຊັກຖາມຕໍ່ບັນດາພະແນກການ, ອົງການ ຢ່າງກົງໄປກົງມາ ທັງໝົດ ຈໍານວນ 35 ເທື່ອຄົນ; ບັນດາພະແນກການ, ອົງການຊີ້ແຈງ ຈໍານວນ 5 ພາກສ່ວນ, ນອກຈາກນັ້ນ, ອົງການປົກຄອງແຂວງ, ພະແນກການ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຍັງໄດ້ປະກອບສ່ວນ ຕາມພາລະບົດບາດຂອງຕົນ ເຂົ້າໃນການກະກຽມ ແລະ ການດໍາເນີນກອງປະຊຸມຄັ້ງປະຖົມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນຂອງແຂວງ ຕາມສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຕາມລັດຖະທໍາມະນູນ ແລະ ກົດໝາຍກໍານົດ ດັ່ງນີ້: 1.ຮັບຟັງການລາຍງານຜົນສໍາເລັດການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V; ທີ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງສໍາເລັດ ເມື່ອວັນທີ 22 ກຸມພາ ຜ່ານມາ ໂດຍມີຜູ້ໄດ້ຮັບເລືອກຕັ້ງເປັນ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ທັງໝົດ 55 ທ່ານ, ຍິງ 18 ທ່ານ ກອງປະຊຸມໄດ້ຮັບຮອງເອົາຜົນການເລືອກຕັ້ງດັ່ງກ່າວຢ່າງເປັນເອກະສັນ; 2. ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກ ການຈັດ ຕັ້ງ, ເລືອກຕັ້ງ ແລະ ຮັບຮອງເອົາບຸກຄະລາກອນ ຂອງສະພາປະຊາຊົນແຂວງ ຊຸດທີ V ດັ່ງນີ້: 1)ຮັບຮອງເອົາການສະເໜີເລືອກຕັ້ງ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເປັນປະທານສະພາປະຊາຊົນແຂວງ; ເປັນຄະນະປະຈໍາສະພາປະຊາຊົນແຂວງ; 2)ຮັບຮອງເອົາການສະເໜີເລືອກຕັ້ງ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ ເປັນຮອງປະທານສະພາປະຊາຊົນແຂວງ; ເປັນຄະນະປະຈໍາສະພາປະຊາຊົນແຂວງ; 3)ຮັບຮອງເອົາການສະເໜີເລືອກຕັ້ງ ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ ເປັນຮອງປະທານສະພາປະຊາຊົນແຂວງ ແລະ ກໍາມະການ ຄະນະປະຈໍາສະພາປະຊາຊົນແຂວງ; 4)ຮັບຮອງເອົາການສະເໜີເລືອກຕັ້ງ ທ່ານ ນາງ ວັນນາ ພົມວິສອນ ກໍາມະການພັກແຂວງ, ເປັນກໍາມະການປະຈໍາ, ປະທານຄະນະກໍາມະການວັດທະນາທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ; 5)ຮັບຮອງເອົາການສະເໜີເລືອກຕັ້ງ ທ່ານ ປອ ແວວເພັດ ສີບຸນມາ ເປັນກໍາມະການປະຈໍາ, ປະທານຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ວມ; 6)ຮັບຮອງເອົາການສະເໜີເລືອກຕັ້ງ ທ່ານ ເສັງວິໄລ ສົງ ເປັນກໍາມະການປະຈໍາ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ; 3.ແຈ້ງຜົນຂອງກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ V ກ່ຽວກັບການຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງ ຮອງປະທານຄະນະກໍາມະການ ແລະ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ດັ່ງນີ້: ຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ. ດັ່ງນີ້: 1)ທ່ານ ພັທ ບຸນມາ ວາລະສິງ ເປັນຮອງປະທານ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ; 2)ທ່ານ ສົມນຶກ ສີສະຫວັນ ເປັນຮອງປະທານ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ. ຮອງປະທານຄະນະກຳມະການວັດທະນາທໍາ-ສັງຄົມ, ບັນດາເຜົ່າ ແລະ ສາສະໜາ. ດັ່ງນີ້: 1)ທ່ານ ນາງ ບົວຄໍາ ສີສະວົງຊົງ ເປັນຮອງປະທານ ຄະນະກຳມະການວັດທະນະທຳ, ບັນດາເຜົ່າ ແລະ ສາສະໜາ; 2)ທ່ານ ວິໄລເດດ ພົມມະເທບ ເປັນຮອງປະທານ ຄະນະກຳມະການວັດທະນະທຳ, ບັນດາເຜົ່າ ແລະ ສາສະໜາ. ຮອງປະທານຄະນະກຳມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ວມ ດັ່ງນີ້: 1)ທ່ານ ສົມຊາຍ ແກ້ວບົວ ເປັນຮອງປະທານຄະນະກຳມະການ ເສດຖະກິດ, ການເງິນ ແລະສິ່ງແວດລ້ອມ; 2)ທ່ານ ນາງ ສັງຄີ ພົງພັນ ເປັນຮອງປະທານຄະນະກຳມະການ ເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ. ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ດັ່ງນີ້: 1)ທ່ານ ວັນຊອນ ພອນວິໄລ ເປັນຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ; 2) ທ່ານ ຄອນປະສິດ ສຸນາເຄນ ເປັນຮອງຫົວໜ້າຫ້ອງວ່າ ການສະພາປະຊາຊົນແຂວງ; 3) ທ່ານ ຄໍາປະດິດ ລິນທະວົງ ເປັນຮອງຫົວໜ້າຫ້ອງວ່າການສະພາປະ ຊາຊົນແຂວງ; 4)ທ່ານ ນາງ ສົມຈິດ ແສງສີວົງ ເປັນຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ. 1.ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ - ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ (2026 – 2030); 2.ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ( 2026 – 2030)) ຂອງອົງການກວດສອບປະຈໍາພາກເໜືອ 1 ແລະ ອົງການກວດກາລັດແຂວງ; 3. ພິຈາລະນາ ແລະ ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ ( 2026 – 2030)) ຂອງສານປະຊາຊົນແຂວງ ແລະ ອົງການໄອຍະການປະຊາຊົນແຂວງ; 4.ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ(2026 – 2030) ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ ແຕ່ປີ (2026 - 2030) ຂອງສະພາປະຊາຊົນແຂວງ ຊຸດທີ V; 5. ອອກເປັນມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ຈໍານວນ 7 ມະຕິ ຄື: 1)ມະຕິ ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ ( 2026 – 2030) ຂອງອົງການກວດສອບພາກເໜຶອ 1; 2) ມະຕິ ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 5 ປີ ( 2026 – 2030) ຂອງອົງການກວດກາລັດແຂວງ; 3)ມະຕິ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ) 2026 - 2030) ຂອງສານປະຊາຊົນແຂວງ); 4)ມະຕິ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ (2026 – 2030) ຂອງອົງການໄອຍະການປະຊາຊົນແຂວງ); 5)ມະຕິ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ( 2026 – 2030) ຂອງສະພາປະຊາຊົນແຂວງ; 6)ມະຕິ ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 5 ປີ ແຕ່ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V; 7)ມະຕິ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ (2026-2030); ຄຽງຄູ່ກັບການພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນດັ່ງກ່າວມາຂ້າງເທິງນີ້, ໃນໄລຍະດໍາເນີນກອງປະຊຸມຄັ້ງປະຖົມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ມີປະຊາຊົນບັນດາເຜົ່າ ສົ່ງຄໍາຄິດຄໍາເຫັນຜ່ານໂທລະສັບສາຍດ່ວນ 074 156 ຈຳນວນ 6 ສາຍ; ຕໍ່ກັບຄໍາຄິດເຫັນຂອງປະຊາຊົນ ທີ່ສົ່ງມາທາງໂທລະສັບສາຍດ່ວນດັ່ງກ່າວ ກອງເລຂານຸການກອງປະຊຸມຈະໄດ້ສັງລວມ ແລະ ຈະມອບໃຫ້ຄະນະກຳມະການການ ສະພາປະຊາຊົນແຂວງ ເພື່ອປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າແກ້ໄຂໃຫ້ຖືກຕ້ອງສ່ອດຄ່ອງ ຕາມກົດໝາຍ ແລະ ລະບຽບການ.
ອີກເທື່ອໜຶ່ງ ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ, ຂ້າພະເຈົ້າ ຂໍຂອບໃຈ ມາຍັງບັນດາທ່ານ ການນໍາພັກ-ລັດ, ພະນັກງານ,ທະຫານ, ຕໍາຫຼວດ, ນັກຮຽນຮູ້, ປັນຍາຊົນ, ຊາວຜູ້ອອກແຮງງານ, ນັກທຸລະກິດ, ຜູ້ປະກອບການ, ປະຊາຊົນລາວບັນດາເຜົ່າ, ຊາວຕ່າງດ້າວ, ທີ່ດໍາລົງຊີວິດຢູ່ແຂວງໄຊຍະບູລີ ທີ່ໄດ້ຕິດຕາມການດໍາເນີນກອງປະຊຸມຄັ້ງປະຖົມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ໃນເທື່ອນີ້. ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງຈິງໃຈມາຍັງພາກສ່ວນສື່ມ່ວນຊົນ, ທີ່ໄດ້ຕິດຕາມ,ໃກ້ຊິດເພື່ອເກັບກຳຂ່າວ ແລະ ເຜີຍແຜ່ຢ່າງທັນການກ່ຽວກັບການດຳເນີນກອງປະຊຸມ ໃນຄັ້ງນີ້ໃຫ້ແກ່ສັງຄົມໄດ້ຮັບຊາບຢ່າງທົ່ວເຖິງ, ທ້າຍນີ້, ເນື່ອງໃນໂອກາດປີໃໝ່ລາວ ພສ 2569 ໃກ້ຈະມາຮອດນີ້; ຂ້າພະເຈົ້່າ, ຂໍອວຍພອນແດ່ທຸກໆ ທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມຜາສຸກ ໃນຊີວິດສ່ວນຕົວ, ຄອບຄົວ ປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ.
ຂ່າວ:ສພຂ ໄຊຍະບູລີ