ໜ່ວຍພັກສະພາປະຊາຊົນແຂວງ ເຊື່ອມຊຶມເອກະສານເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍສະມາຊິກ ຄັ້ງທີ VI .........................................................

12/05/2026

ໜ່ວຍພັກສະພາປະຊາຊົນແຂວງ ເຊື່ອມຊຶມເອກະສານເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍສະມາຊິກ ຄັ້ງທີ VI .........................................................

ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍສະມາຊິກ ຄັ້ງທີ VI ຂຶ້ນໃນວັນທີ 08 ພຶດສະພາ 2026 ເປັນກຽດເຂົ້າຮ່ວມຂອງສະຫາຍ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການປະຈໍາພັກແຂວງ, ປະທານກວດກາພັກແຂວງ, ປະທານອົງການກວດກາລັດແຂວງ, ຫົວໜ້າອົງການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ມີກໍາມະການພັກແຂວງ ຕະຫຼອດຮອດສະມາຊິກພັກ - ພະນັກງານພາຍໃນເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງ ຄໍາແນະນໍາ ເລກທີ 324/ຄພຂ ກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກ ປກຊ-ປກສ ແຂວງ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານສຳນັກງານ-ອົງການອ້ອມຂ້າງແຂວງ, ເມືອງ ແລະ ຮາກຖານພັກບ້ານ ໃນທົ່ວແຂວງໄຊຍະບູລີ; ຄໍາແນະນໍາ ເລກທີ 285/ຄກສພ, ລົງວັນທີ 15/9/2023 ກ່ຽວກັບການກະກຽມ ແລະ ດໍາເນີນຊີວິດການເມືອງທ້າຍສະໄໝ ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ຄໍາແນະນໍາ ເລກທີ 28/ຄຈສພ ລົງວັນທີ 14 ກຸມພາ 2025 ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຜ່ານມາດຖານເງື່ອນໄຂຜູ້ສະໜັກເປັນຄະນະໜ່ວຍພັກ ຊຸດໃໝ່. ຈາກນັ້ນ, ປະທານກອງປະຊຸມ ກໍ່ໄດ້ມີຄຳເຫັນ, ແນະນໍາ ກ່ອນການທາບທາມຕໍານິສົ່ງຂ່າວຕໍ່ການນໍາພາລວມ, ບຸກຄົນຄະນະພັກ, ຫົວໜ້າ-ຮອງຂະແໜງ ແລະ ດຳເນີນການທາບທາມບຸກຄະລາກອນ ຜູ້ອອກສະໝັກຮັບເລືອກຕັ້ງເປັນຄະນະໜ່ວຍພັກ ຊຸດໃໝ່ ແລະ ດຳເນີນຊີວິດການເມືອງ ສໍາຫຼວດກວດກາພາຍ ໃນໜ່ວຍພັກອີກດ້ວຍ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.