ເມືອງປາກລາຍ ປະກາດການຈັດຕັ້ງຫົວໜ້າ ແລະ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ -------------------------

14/05/2026

ເມືອງປາກລາຍ ປະກາດການຈັດຕັ້ງຫົວໜ້າ ແລະ ຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ                                -------------------------

ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນ ຂອງຄະນະສະມາ ຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງປາກລາຍ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ມີເລຂາ, ຮອງເລຂາຄະນະບໍລິຫານງານພັກເມືອງ, ກໍາມະການປະຈໍາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ, ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ອົງການຈັດຕັ້ງ ແລະ ພະນັກງານ, ທະຫານ, ຕຳຫຼວດ ອ້ອມຂ້າງເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຄໍາປະດິດ ລິນທະວົງ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ໄດ້ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 41/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ວ່າດ້ວຍການສ້າງຕັ້ງກົງຈັກຂັ້ນເມືອງ ແລະ ມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 60 ແລະ ສະບັບເລກທີ 61/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ແຕ່ງຕັ້ງຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ດັ່ງນີ້: ແຕ່ງຕັ້ງ ທ່ານ ຄຳຝັ້ນ ວົງສະຫວັນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງປາກລາຍ ແລະ ແຕ່ງຕັ້ງ ທ່ານ ວັນສີ ວົງສັກດີ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງປາກລາຍ. ພ້ອມກັນນັ້ນ, ຍັງໄດ້ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 64/ຄປຈ.ຊຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ເພື່ອເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານ.
ຕອນທ້າຍພິທີ, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ຖືກແຕ່ງຕັ້ງໃໝ່ ເອົາໃຈໃສ່ບາງດ້ານທີ່ສຳຄັນ ເປັນຕົ້ນແມ່ນ: ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ກົດໝາຍ ເພື່ອຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ສອດ ຄ່ອງ, ເສີມຂະຫຍາຍ 3 ພາລະບົດບາດຂອງສະພາ (ດ້ານນິຕິບັນຍັດ, ຕັດສິນບັນຫາສຳຄັນ ແລະ ຕິດຕາມກວດກາ) ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ລົງພົບປະຜູ້ມີສິດເລືອກຕັ້ງຢ່າງເປັນປົກກະຕິ, ໂຄສະນາເຜີຍແຜ່ພາລະບົດບາດຂອງສະພາໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ຮັດ ແໜ້ນກົນໄກປະສານງານລະຫວ່າງ ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ກັບ ອົງການປົກຄອງເມືອງ ແລະ ບັນດາຂະແໜງການຕ່າງໆ ໃຫ້ມີຄວາມກົມກຽວ ແລະ ມີປະສິດທິ ພາບສູງ.
ໂດຍ: ສະພາປະຊາຊົນແຂວງ