ປະກາດການຈັດຕັ້ງ ແລະ ບຸກຄະລະກອນ ຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງທົ່ງມີໄຊ ແຂວງໄຊຍະບູລີ. ………………………….

19/05/2026

ປະກາດການຈັດຕັ້ງ ແລະ ບຸກຄະລະກອນ ຂອງຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງທົ່ງມີໄຊ ແຂວງໄຊຍະບູລີ.                         ………………………….

ໃນຕອນບ່າຍວັນທີ 14 ພຶດສະພາ 2026 ນີ້, ຢູ່ທີ່ສະໂມສອນເມືອງທົ່ງມີໄຊ ແຂວງໄຊຍະບູລີ ໄດ້ຈັດພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງທົ່ງມີໄຊ ຂື້ນຢ່າງເປັນທາງການ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ7, ປະທານສະພາປະຊາຊົນແຂວງໄຊຍະບູລີ , ທ່ານ ພັອ ສົມດີ ໄຊຍະລາດ ກຳມະການພັກແຂວງ ເລຂາຄະນະບໍລິຫານງາພັກເມືອງ, ມີຮອງເລຂາຄະນະບໍລິຫານງານພັກເມືອງ, ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງຂອງເມືອງ, ມີທີມງານຂອງແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ພະນັກງານຫຼັກແຫຼ່ງ, ທະຫານ, ຕຳຫຼວດ ອ້ອມຂ້າງເມືອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ຄໍາປະດິດ ລິນທະວົງ ຮອງຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 41/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ວ່າດ້ວຍການສ້າງຕັ້ງກົງຈັກຂັ້ນເມືອງ ເຊິ່ງປະກອບມີ 2 ກົງຈັກຄື : ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ມີຖານະທຽບເທົ່າກັບບັນດາຫ້ອງການຂັ້ນເມືອງ, ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 49ແລະ ສະບັບເລກທີ 60/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ວ່າດ້ວຍການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ດັ່ງນີ້: ແຕ່ງຕັ້ງ ທ່ານ ພັອ ສົມດີ ໄຊຍະລາດ ເລຂາຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງທົ່ງມີໄຊ ແລະ ແຕ່ງຕັ້ງ ທ່ານ ບົວເງີນ ສຸກຜາລີ ກໍາມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງທົ່ງມີໄຊ . ພ້ອມກັນນັ້ນ, ຍັງໄດ້ຜ່ານມະຕິ ຂອງຄະນະປະຈໍາສະພາປະຊາຊົນແຂວງ ສະບັບເລກທີ 64/ຄປຈ.ຊຍ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ເພື່ອເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ
ຕອນທ້າຍພິທີ, ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ແລະ ເນັ້ນໜັກໃຫ້ເອົາໃຈໃສ່ບາງດ້ານທີ່ສຳຄັນ ເປັນຕົ້ນແມ່ນ: ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ກົດໝາຍ ເພື່ອຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໃຫ້ສອດຄ່ອງ, ເສີມຂະຫຍາຍ 3 ພາລະບົດບາດຂອງສະພາ (ດ້ານນິຕິບັນຍັດ, ຕັດສິນບັນຫາສຳຄັນ ແລະ ຕິດຕາມກວດກາ) ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນ, ລົງພົບປະຜູ້ມີສິດເລືອກຕັ້ງຢ່າງເປັນປົກກະຕິ, ໂຄສະນາເຜີຍແຜ່ພາລະບົດບາດຂອງສະພາໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ຮັດແໜ້ນກົນໄກປະສານງານລະຫວ່າງ ສະມາຊິກສະພາປະຊາຊົນແຂວງ ປະຈຳເມືອງ ກັບ ອົງການປົກຄອງເມືອງ ແລະ ບັນດາຂະແໜງການຕ່າງໆ ໃຫ້ມີຄວາມກົມກຽວ ແລະ ມີປະສິດທິພາບສູງ.
…………………..
ໂດຍ: ສະພາປະຊາຊົນແຂວງ