ສສຊ-ສສຂ ລົງພົບປະຜູ້ມີສິດເລືອກຕັ້ງຢູ່ກໍາລັງປະກອບອາວຸດ
18/06/2026
ໃນຕອນບ່າຍຂອງວັນທີ 15 ມິຖຸນາ 2026, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ແລະ ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ນໍາໂດຍທ່ານ ເພັງນິລັນ ຄໍາພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນຂັ້ນແຂວງ,ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ, ມີບັນດາທ່ານ ພົນຕີ ໄພວັນ ຈັນທະພົມມາ ຄະນະປະຈໍາກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງວ່າການກະຊວງ ປ້ອງກັນປະເທດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 7 ແລະ ທ່ານ ຄໍາຫຼັາ ຜິວວັນນາ ຄະນະປະຈໍາພັກແຂວງ, ເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂເລືອກຕັ້ງເມືອງ ໄຊຍະບລີ, ພ້ອມ ດ້ວຍຄະນະຕິດຕາມ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍ ແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ທີ່ສະໂມສອນກອງພົນທະຫານ ຮາບທີ 2, ໃຫ້ກຽດເຂົ້າຮ່ວມໂດຍບັນດາທ່ານຄະນະພັກ-ຄະນະບັນຊາການ ແລະ ນາຍທະຫານນໍາພາ-ບັນຊາຫຼັກແຫຼ່ງອ້ອມຂ້າງກອງພົນທະຫານ ຮາບທີ 2 ເຂົ້າຮ່ວມຢ່າງພ້ອມພຽງ.

ໂອກາດນີ້, ບັນດາທ່ານສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໄດ້ຜັດປ່ຽນກັນເຜີຍ ແຜ່ຜົນສໍາເລັດກອງປະຊຸມດັ່ງກ່າວ ແລະ ສະແດງຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນງານ ກໍຄືຜົນສຳເລັດທີ່ກຳລັງປ້ອງຊາດ ຍາດມາໄດ້ ໃນການຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບປອດໄພ ແລະ ເປັນເຈົ້າການໃນການຕິດຕາມກວດກາບັນຫາຕ່າງໆ ທີ່ຢູ່ໃນຂອບເຂດຊາຍ ແດນ, ສະກັດກັ້ນອາຊະຍາກຳຂ້າມຊາດ. ພ້ອມກັນນັ້ນ, ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນແມ່ນ: ເພີ່ມທະວີບົດບາດການນໍາພາຂອງພັກ ເຂົ້າໃນການເຄື່ອນໄຫວວຽກງານ ປກຊ ໂດຍສະເພາະການ ເຂົ້າ-ອອກຕໍ່ກຸ່ມຄົນບໍ່ດີທີ່ຫວັງມ້າງເພທໍາຮ້າຍ ແລະ ແອບແຝງເຂົ້າມາກໍ່ຄວາມວຸ້ຍວາຍ, ຢູ່ຕາມຮົ້ວຊາຍແດນຢູ່ພາຍໃນປະ ເທດຂອງພວກເຮົາ, ເວົ້າລວມເວົ້າສະເພາະກໍຄືແຂວງໄຊຍະບູລີ ໃຫ້ມີຄວາມສະຫງົບດ້ວຍພື້ນຖານ. ເອົາໃຈໃສ່ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດຂອງນາຍ ແລະ ພົນທະຫານ ໃຫ້ເປັນຜູ້ຈົງຮັກພັກດີ, ຕ້ານ ແລະ ສະກັດກັ້ນພະຍາດອາດຍາສິດ; ເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ກໍຄືກົດໝາຍ; ຍົກສູງສະຕິລະວັງຕົວ, ຝຶກຝົນດ້ານສິນລະປະຍຸດ, ຍຸດທະວິທີ ແລະ ເຕັກນິກທີ່ທັນສະໄໝ ເພື່ອໂຕ້ຕອບອາຊະຍາກຳທາງເອເລັກໂຕຣນິກ ແລະ ກົນອຸບາຍມ້າງເພຂອງອິດທິກຳລັງປໍລະ ປັກ; ສືບຕໍ່ຫັນກຳລັງລົງກໍ່ສ້າງຮາກຖານການເມືອງໃຫ້ແຂງ ແຮງ; ສ້າງຄວາມເຂັ້ມແຂງທາງດ້ານການສ້າງພະລາທິການກັບທີ່ ເພື່ອດຳເນີນການປະຢັດມັດທະຍັດ; ສືບຕໍ່ຮັກສາມູນເຊື້ອອັນດີງາມໃນການຊ່ວຍເຫຼືອປະຊາຊົນ ເພື່ອສ້າງຄວາມໄວ້ ເນື້ອເຊື່ອໃຈ ແລະ ເປັນທີ່ເພິ່ງຂອງປະຊາຊົນຢ່າງແທ້ຈິງ; ພ້ອມທັງໃຫ້ຄວາມສຳຄັນກັບການພົວພັນຮ່ວມມືທີ່ມີມູນເຊື້ອກັບກຳລັງປ້ອງກັນຄວາມສະຫງົບຂອງປະເທດເພື່ອນມິດຍຸດທະສາດ ຢ່າງມີການເລືອກເຟັ້ນ.

