ສສຊ ເຂດ7 ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານການລົງພົບປະ ຜູ້ມີສິດເລືອກຕັ້ງ
18/06/2026
ໃນວັນທີ 16 ມິຖຸນາ 2026 ນີ້ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານການລົງພົບປະຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເປັນກຽດເຂົ້າ ຮ່ວມໂດຍທ່ານ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ; ປະທານສະພາປະຊາຊົນແຂວງ, ມີບັນ ດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7, ສະມາຊິກສະພາປະຊາຊົນແຂວງ (ສສຂ), ພ້ອມດ້ວຍຄະນະຫ້ອງວ່າການສະພາປະຊາຊົນແຂວງ ແລະ ພະນັກງານ-ລັດ ຖະກອນ ພາຍໃນສະພາປະຊາຊົນແຂວງ (ສພຂ) ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຮອງປະທານສະພາປະຊາຊົນແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານ ການລົງພົບປະຜູ້ມີສິດເລືອກຕັ້ງ ຂອງບັນດາທ່ານ ສສຊ ເຂດ7 ແລະ ສສຂ ໃນໄລຍະຜ່ານມາ ເຊິ່ງການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາ ແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ, ພ້ອມທັງເປັນການເກັບກໍາຄໍາຄິດຄໍາເຫັນ, ຄໍາສະເໜີ ແລະ ຄວາມມຸ້ງມາດປາດຖະໜາທີ່ແທ້ຈິງ ຂອງປະຊາຊົນ ເພື່ອນໍາມາສັງລວມສະເໜີຕໍ່ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງແກ້ໄຂໃນຕໍ່ ໜ້າ. #ຜົນສໍາເລັດທີ່ພົ້ນເດັ່ນໃນການລົງພົບປະປະຊາຊົນ ໄດ້ທັງໝົດ 54 ຈຸດ, ໃນນີ້ ສໍານັກງານ, ກົມກອງ 13 ຈຸດ, ບ້ານ 43 ບ້ານ; ມີຜູ້ເຂົ້າຮ່ວມທັງໝົດ 7.333 ຄົນ, ຍິງ 3.716 ຄົນ; ມີຄໍາສະເໜີ ທັງໝົດ 51 ຄໍາສະເໜີ, ໃນນີ້ອະທິບາຍ-ຊີ້ແຈງ ກັບທີ່ແລ້ວ 2 ຄໍາສະເໜີ, ຍັງຄ້າງ 49 ຄໍາສະເໜີ ເຊິ່ງສ່ວນໃຫຍ່ແມ່ນປິ່ນອ້ອມບັນຫາ: ເສັ້ນທາງ, ໄຟຟ້າ, ນໍ້າສະອາດ ແລະ ບັນຫາເສດຖະກິດ; ໄດ້ນໍາເອົາເງິນສົດມອບໃຫ້ບັນດາຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ແລະ ອົງການປົກຄອງເມືອງ ລວມເປັນເງິນສົດ ທັງໝົດ 462,000,000 ກີບ (ສີ່ຮ້ອຍຫົກສິບລ້ານກີບ). ຜ່ານການຮັບຟັງບົດສະຫຼຸບ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນສຸມສະຕິປັນຍາ ປະກອບຄໍາຄິດຄໍາເຫັນ ຢ່າງກົງໄປກົງມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ເປັນຕົ້ນແມ່ນ: ກົນໄກການປະສານງານກັບທ້ອງຖິ່ນ, ການກະກຽມເນື້ອໃນເອກະສານ, ວິທີການຈໍາແນກ ແລະ ສັງລວມຄໍາສະເໜີຂອງປະຊາຊົນ ເພື່ອເຮັດໃຫ້ການລົງພົບປະໃນຄັ້ງຕໍ່ໄປມີປະສິດທິພາບສູງຂຶ້ນກວ່າເກົ່າ.
ກອງປະຊຸມໃນຄັ້ງນີ້, ຍັງໄດ້ຮັບຟັງການຜ່ານຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026 - 2030) ເຊິ່ງເປັນແຜນຍຸດທະສາດທີ່ສຸມໃສ່ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງ ສສຊ ໃນການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ. ໃນນັ້ນ, ໄດ້ເນັ້ນໃສ່ການຍົກສູງຄຸນນະພາບການຕິດຕາມກວດກາ, ການລົງພົບປະຊາຊົນ ເພື່ອຮັບຟັງຄໍາຄິດຄໍາເຫັນ ແລະ ຄໍາສະເໜີຕ່າງໆ, ຕະຫຼອດຮອດການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ພາຍໃນເຂດເລືອກຕັ້ງທີ 7 ໃຫ້ມີຄວາມເຂັ້ມແຂງ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ ຮ່າງແຜນການເຄື່ອນໄຫວວຽກງານ ປະຈໍາປີ 2026 ເພື່ອຜັນຂະຫຍາຍແຜນການ 5 ປີ ມາເປັນແຜນວຽກລະອຽດ, ກໍານົດຄາດໝາຍສູ້ຊົນ, ຈຸດສຸມໃນການເຄື່ອນໄຫວແຕ່ລະໄຕມາດ ໃຫ້ມີຄວາມສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງຢ່າງມີປະສິດທິພາບສູງສຸດ. ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນໂອ້ລົມ ແລະ ມີທິດຊີ້ນໍາ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມພະຍາຍາມ ຂອງຄະນະຮັບຜິດຊອບທຸກພາກສ່ວນ ທີ່ໄດ້ເອົາ ໃຈໃສ່ເຮັດຫຼອນໜ້າທີ່ ຈົນໄດ້ຮັບຜົນສໍາເລັດຕາມຄາດ ໝາຍ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ ບັນດາທ່ານ ສສຊ ເຂດ7, ສສຂ ແລະ ພະນັກງານວິຊາການ ສພຂ ຈົ່ງເພີ່ມທະວີຄວາມຮັບຜິດຊອບທາງການເມືອງ, ປັບປຸງຮູບແບບການ ເຮັດ ວຽກໃຫ້ມີວິທະຍາສາດ, ໃກ້ຊິດຕິດແທດກັບປະຊາຊົນໃຫ້ຫຼາຍຂຶ້ນ ແລະ ທີ່ສໍາຄັນແມ່ນຕ້ອງຕິດຕາມ, ຊຸກຍູ້ການແກ້ໄຂຄໍາສະເໜີຂອງປະຊາຊົນ ຈາກພາກສ່ວນກ່ຽວຂ້ອງ ຢ່າງຈິງຈັງ ແລະ ມີຜົນສັກສິດ.

