ຫ້ອງວ່າການ ສະພາປະຊາຊົນແຂວງ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳເດືອນ ພຶດສະພາ ແລະ ວາງທິດທາງແຜນການ ປະຈຳເດືອນ ມິຖຸນາ 2026

18/06/2026

ຫ້ອງວ່າການ ສະພາປະຊາຊົນແຂວງ ຈັດກອງປະຊຸມສະຫຼຸບວຽກງານ ປະຈຳເດືອນ ພຶດສະພາ ແລະ ວາງທິດທາງແຜນການ ປະຈຳເດືອນ ມິຖຸນາ 2026

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳເດືອນ ພຶດສະພາ ແລະ ວາງທິດທາງແຜນການ ປະຈຳເດືອນ ມິຖຸນາ 2026 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ພາຍໃຕ້ການເປັນປະທານຂອງ ທ່ານ ດຣ ນາງ ໄກຍະສອນ ສີດາ, ກຳ ມະການປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ເຂດ7, ຮອງປະທານສະພາປະຊາຊົນແຂວງ (ຜູ້ຊີ້ນໍາຫ້ອງວ່າ ການ ສະພາປະຊາຊົນແຂວງ).
ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ມີບັນດາທ່ານ ຄະນະປະຈຳ ສພຂ, ປະທານ-ຮອງປະທານ ຄະນະກຳມະການ, ຄະນະຫ້ອງວ່າການ ສພຂ, ຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳເດືອນ ພຶດສະພາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ: ວຽກງານການເມືອງ-ນຳພາແນວຄິດ: ສະມາຊິກພັກ, ພະນັກ ງານ - ລັດຖະກອນ ແມ່ນມີຄວາມອຸ່ນອ່ຽງທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ຮັກສາມູນເຊື້ອຄວາມສາມັກຄີພາຍໃນໄດ້ເປັນຢ່າງດີ; ວຽກງານວິຊາສະເພາະ: ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຫ້ອງວ່າການ ສພຂ ໃນການເປັນເສນາທິການ ກະກຽມເນື້ອໃນຕ່າງໆ ທີ່ປິ່ນອ້ອມວຽກງານສະພາປະຊາຊົນແຂວງ ບັນລຸຕາມຄາດໝາຍທີ່ວາງໄວ້.
ກອງປະຊຸມໄດ້ຮ່ວມກັນຄົ້ນຄວ້າ ແລະ ເປັນເອກະພາບຕໍ່ທິດທາງແຜນການ ປະຈຳເດືອນ ມິຖຸນາ 2026 ໂດຍເນັ້ນໃສ່ບາງວຽກງານຈຸດສຸມ ຄື: ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງເປັນປົກກະຕິຕໍ່ເນື່ອງ, ເລັ່ງທັກສະ ແລະ ກະກຽມຄວາມພ້ອມໃນທຸກດ້ານ ເພື່ອຮອງຮັບໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນ ຂອງ ສພຂ ທີ່ໃກ້ຈະມາເຖິງ, ເພີ່ມທະວີການປະສານສົມທົບລະຫວ່າງ ຄະນະກຳມະການຕ່າງໆ ແລະ ຫ້ອງວ່າການ ສະພາປະຊາຊົນແຂວງ ເພື່ອໃຫ້ການຜັນຂະຫຍາຍວຽກງານມີຄວາມໂລ່ງລ່ຽນ ແລະ ທັນກຳນົດເວລາ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ດຣ ນາງ ໄກຍະສອນ ສີດາ ໄດ້ໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນຳ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະຫ້ອງວ່າການ ແລະ ພະນັກງານ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ພະນັກງານ - ລັດຖະກອນ ພາຍໃນ ສພຂ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຍົກສູງຄວາມສາມັກຄີພາຍໃນ, ປ່ຽນແປງວິທີການເຮັດ ວຽກໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ມີວິທະ ຍາສາດ ເພື່ອພ້ອມກັນຈັດຕັ້ງປະຕິບັດແຜນການ ປະຈຳເດືອນ ມິຖຸນາ 2026 ໃຫ້ບັນລຸຄາດໝາຍທີ່ວາງໄວ້ ຢ່າງມີຜົນສຳເລັດ.