ຮອງປະທານ ສພຂ ເຂົ້າຮ່ວມພິທີ ປະກາດສ້າງຕັ້ງຕາແສງ ເງິນມີໄຊ ຂອງເມືອງເງິນ.
18/06/2026
ພິທີປະກາດສ້າງຕັ້ງຕາແສງ ເງິນມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2026 ນີ້ ຢູ່ທີ່ບ້ານນໍ້າເງິນ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ນາງ ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນຳເມືອງເງິນ, ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະ ສສຂ ປະຈຳເຂດເລືອກຕັ້ງເມືອງເງິນ, ມີປະທານຄະນະກຳມະການປົກຄອງເມືອງ, ທິມງານຂອງແຂວງ, ການນໍາຂັ້ນເມືອງ, ພະນັກງານ, ທະຫານ, ຕໍາຫຼວດ, ອົງການປົກຄອງບ້ານ ກ້ອນກໍາລັງພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະ ການ ປົກຄອງເມືອງເງິນ ໄດ້ລາຍງານການກະກຽມສ້າງຕັ້ງຕາແສງ ເງິນມີໄຊ ຕໍ່ພິທີວ່າ: ຕາແສງເງິນມີໄຊ ແມ່ນຕັ້ງຢູ່ເທດສະບານເມືອງ ມີເນື້ອທີ່ລວມທັງໝົດ 233,8 ກິໂລແມັດ, ອັດຕາ ຄວາມ ໜາແໜ້ນ 23 ກິໂລຕາແມັດ/ຄົນ. ປະກອບມີ 9 ບ້ານຄື: ບ້ານກາງ, ບ້ານບີໝີ, ບ້ານເພຍງາມ, ບ້ານ ຂອນ, ບ້ານແກ້ວດອນຄຸນ, ບ້ານຫຼວງມີໄຊ, ບ້ານນໍ້າເງິນ, ບ້ານນາງົວ ແລະ ບ້ານນາຍາງຄໍາ ໃນນີ້: ໄດ້ຮັບ ນາມມະຍົດເປັນບ້ານພັດທະນາ, ບ້ານປ້ອງ ກັນຊາດເຂັ້ມແຂງ, ປ້ອງກັນຄວາມສະຫງົບ, ບ້ານແບບຢ່າງ ປະຕິບັດກົດໝາຍ ແລະ ບ້ານວັດທະນະທຳແລ້ວທັງໝົດ 9 ບ້ານ ຫຼື ກວມເອົາ 100% ຂອງບ້ານທີ່ຂື້ນກັບ ຕາແສງ, ມີຂອບເຂດຊາຍແດນຕິດກັບຄື: ທາງທິດເໜືອ ຕິດກັບຕາແສງສາມັກຄີໄຊ ແລະ ຕາແສງສິນໄຊ; ທາງທິດໃຕ້ ຕິດກັບອຳເພີສະເຫຼີມພະກຽດ ຈັງຫວັດນ່ານ (ຣາຊະອານາຈັກໄທ); ທາງທິດຕາເວັນອອກ ຕິດກັບດາແສງສິນໄຊ ແລະ ເມືອງຫົງສາ; ທາງທິດຕາເວັນຕົກ ຕິດກັບຕາແສງສາມັກຄີໄຊ ແລະ ຂອບ ເຂດ ຊາຍແດນເມືອງຊຽງຮ່ອນ. ສະພາບພື້ນທີ່ໂດຍລວມ ເປັນເຂດພູພຽງ ມີເນື້ອທີ່ກ້ວາງຂວາງ ແລະ ເປັນສູນກາງຂອງບ້ານເທດສະບານ ເມືອງ ເຊິ່ງມີປັດໃຈທີ່ເອື້ອອໍານວຍໃນຫຼາຍດ້ານເປັນຕົ້ນ: ທາງດ້ານຄົມມະນາຄົມ, ສ່ວນຫຼາຍແມ່ນບ້ານທີ່ຕັ້ງ ຢູ່ຕິດກັບທາງຫຼວງແຫ່ງຊາດ 2W ເມືອງເງິນ-ປາກແບງ, ມີຄວາມສະດວກດ້ານການສື່ສານສາມາດຕິດຕໍ່ທາງ ພາຍໃນ ແລະ ຕ່າງປະເທດໄດ້ ສະດວກ, ມີໄຟຟ້າ, ນໍ້າປະປາ, ມີຕະຫຼາດ 2 ແຫ່ງ ເຊິ່ງເປັນບ່ອນຊື້ຂາຍ ແລກປ່ຽນ ແລະ ມີແມ່ນໍ້າເງິນ, ແມ່ນໍ້າຍາງ ແລະ ຫ້ວຍນໍ້າຫຼາຍສາຍໄຫຼ່ຜ່ານ ທີ່ເປັນເງື່ອນໄຂສະດວກຕໍ່ ການດໍາລົງຊີວິດ ຂອງປະຊາຊົນ, ໃນການປູກຝັງ-ລ້ຽງສັດ ແລະ ການຫັດຖະກຳອື່ນໆ, ມີບັນດາສະຖາບັນ ການເງິນ, ທະນາຄານ ແລະ ກອງທຶນພັດທະນາບ້ານທີ່ເປັນເງື່ອນໄຂສະດວກໃນການກູ້ຢືມ, ມີພື້ນຖານໂຄງ ລ່າງທີ່ດີສາມາດເຂົ້າເຖິ່ງເຂດການຜະລິດ ປູກໄມ້ອຸດສາຫະກຳ-ພຶດອຸດສາຫະກຳເປັນສິນຄ້າ ນອກຈາກນີ້ ປະຊາຊົນຢູ່ພາຍໃນບ້ານເທດສະບານ 61,49% ແມ່ນຊົນເຜົ່າລື້ ເຊິ່ງມີເອກະລັກ ແລະ ຮີດຄອງປະເພຍນີທີ່ ສືບຖອດກັນມາເປັນເວລາອັນຍາວນານເປັນຕົ້ນແມ່ນ: ການຕໍ່າແຜ່ນແພຂອງແມ່ຍິງ ແລະ ມີຂະນົບທຳນຽມ, ການປາກເວົ້າ, ການນຸ່ງຖື, ພ້ອມທັງອານຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກໄວ້ຢ່າງໝັ້ນຄົງ ປັດຈຸບັນພື້ນຖານການດໍາລົງຊີວິດແມ່ນໄດ້ຮັບການພັດທະນາດີຂຶ້ນ ມີພົນລະເມືອງທັງໝົດ 10.170 ຄົນ, ຍິງ 5.070 ຄົນ, ມີຄອບຄົວທັງໝົດ 2.156 ຄອບຄົວ, ມີ 200 ໜ່ວຍຄຸ້ມຄອງພົນລະເມືອງ, ປະກອບມີເຜົ່າຄື: ເຜົ່າລາວ 13,64%, ເຜົ່າລື້ 61,49%, ເຜົ່າກືມມຸ 5,32%, ເຜົ່າມົ້ງ 18,04%, ເຜົ່າໄປ 0,94%, ເຜົ່າໄຕດໍາ ແລະ ເຜົ່າອື່ນໆ 0,55%; ມີນາຍບ້ານ-ຮອງນາຍບ້ານ ມີ 68 ທ່ານ, ເປັນຍິງ 9 ທ່ານ ແຕ່ລະບ້ານປະກອບມີ 5 ໜ່ວຍງານ ແລະ 15 ຕຳ ແໜ່ງງານຊ່ວຍວຽກບ້ານ, ມີໜ່ວຍພັກບ້ານທັງໝົດ 9 ໜ່ວຍພັກ ມີສະມາຊິກພັກສົມບູນ 253 ສະຫາຍ, ຍິງ 54 ສະຫາຍ, ສະມາ ຊິກພັກສຳຮອງ 12 ສະຫາຍ, ຍິງ 3 ສະຫາຍ. ຈາກນັ້ນ ທ່ານ ດາວສິດ ທິແກ້ວ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄຊຍະບູລີ ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະກຳມະ ການປົກຄອງແຂວງ ສະບັບເລກທີ 18/ຄປຂ ລົງວັນທີ 25 ທັນວາ 2025 ວ່າດ້ວຍການສ້າງຕັ້ງຕາແສງ ຢູ່ເມືອງເງິນ. ຈາກນັ້ນທ່ານ ນ. ສີຈົມ ບຸນມານະທໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຮາກຖານຕາແສງເງິນມີໄຊ, ມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງໜ່ວຍພັກຫ້ອງການຕາແສງເງິນມີໄຊ, ຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການ ແຕ່ງຕັ້ງ ປະທານ ແລະຮອງປະທານຄະນະກຳມະການປົກຄອງຕາແສງເງິນມີໄຊ ຄື: ຕົກລົງແຕ່ງຕັ້ງທ່ານ ອຸດົມໄຊ ສົມສີ ເປັນປະທານຄະນະກຳມະການປົກຄອງຕາແສງເງິນມີໄຊ, ແຕ່ງຕັ້ງທ່ານ ສີລາ ບຸນລັກ ແລະ ທ່ານ ພັທ ສົມໝາຍ ພວງແກ້ວ ເປັນຮອງປະທານຄະນະກຳມະການປົກຄອງຕາແສງ ແລະ ທ່ານ ອຸດົມີໄຊ ສົມສີ ທ່ານ ສີລາ ບຸນລັກ ເປັນຄະນະພັກຕາແສງ ພ້ອມທັງຜ່ານບຸກຄະລາກອນທີ່ຈະມາປະຈຳຢູ່ຕາແສງເງິນມີໄຊ ຈຳນວນໜຶ່ງ.
ໃນພິທີຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ດຣ ນາງ ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາເມືອງເງິນ ທ່ານໄດ້ກ່າວວ່າ: ຄະນະກໍາມະການປົກຄອງຕາແສງ ແລະ ບ້ານຕ້ອງຈັດຕັ້ງເຊື່ອມຊືມຜັນຂະຫຍາຍນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບຕາແສງ ພ້ອມກັນນໍາພາຈັດຕັ້ງປະຕິບັດຕາມກົດໝາຍ ແລະ ລະບຽບ ການທີ່ໄດ້ກໍານົດໄວ້; ຍົກສູງຄວາມຮັບຜິດຊອບຂອງຕົນໃນການຈັດຕັ້ງນໍາພາຢ່າງລວມສູນ, ເປັນເອກະພາບສອດຄ່ອງກັບນິຕິກໍາ ແລະ ກົດໝາຍ, ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃຫ້ທັນກັບສະພາບການ; ເສີມຂະ ຫຍາຍສິດເປັນເຈົ້າ ແລະ ປະຊາທິປະໄຕຂອງປະຊາຊົນ, ເສດຖະ ກິດ ແລະ ວັດທະນະທໍາຕ້ອງໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງໃຫ້ດີຂື້ນ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ອົງການຈັດຕັ້ງມະຫາຊົນສາມາດເຄື່ອນໄຫວປະຕິບັດສິດ, ໜ້າທີ່ຂອງຕົນຢ່າງແຂງແຮງ, ສືບຕໍ່ເສີມ ຂະຫຍາຍວຽກງານ 3 ສ້າງກໍ່ຄືການແບ່ງຂັ້ນຄຸ້ມຄອງເພື່ອສ້າງຄວາມເຂັ້ມແຂງໃນລະບົບການບໍລິຫານລັດໃນໄລຍະໃໝ່, ສືບຕໍ່ເຮັດໜ້າທີ່ນໍາພາຮັບໃຊ້ການບໍລິການ ແລະ ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນຂອງປວງຊົນພາຍໃນຕາແສງ. ຕອນທ້າຍ ປະທານ ແລະ ຄະນະປະທານໄດ້ຮ່ວມກັນຕັດແຖບຜ້າ, ລັ່ນຄ້ອງ 9 ບາດ ແລະ ເປີດປ້າຍຫ້ອງການຕາແສງເງິນມີໄຊ ຢ່າງເປັນທາງການ ເພື່ອເປັນຂີດໝາຍແຫ່ງການ ເລີ່ມຕົ້ນປະຕິບັດວຽກງານຂອງຕາແສງ ແລະ ມອບລົກຈັກ, ຄອມພິວເຕີ ໃຫ້ຄະນະກໍາມະການປົກຄອງຕາແສງເງິນມີໄຊອີກຕື່ມ.

ພາບ-ຂ່າວ: ສພຂ

