ທ່ານ ນາງ ວັນນາ ພົມວິສອນ ລົງພົບປະຢ້ຽມຢາມ ແລະເຜີຍ ແຜ່ຜົນສຳເລັດກອງປະຊຸມ ສພຊ ແລະ ສພຂ ຢູ່ບ້ານທ່ານາ

23/06/2026

ທ່ານ ນາງ ວັນນາ ພົມວິສອນ ລົງພົບປະຢ້ຽມຢາມ ແລະເຜີຍ ແຜ່ຜົນສຳເລັດກອງປະຊຸມ ສພຊ ແລະ ສພຂ ຢູ່ບ້ານທ່ານາ

ໃນວັນທີ 19 ມິຖຸນາ 2026 ນີ້, ທ່ານ ນາງ ວັນນາ ພົມວິສອນ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 7, ປະທານຄະນະກໍາມະການວັດທະນະທໍາ - ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງ ໄດ້ລົງພົບປະຢ້ຽມຢາມ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມ
ມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃຫ້ແກ່ພໍ່ແມ່ປະຊາຊົນ (ຜູ້ມີສິດເລືອກຕັ້ງ) ແລະ ອົງການປົກຄອງບ້ານທ່ານາ, ເມືອງໄຊຍະບູລີ, ແຂວງໄຊຍະບູລີ.
ໃນພິທີ, ທ່ານ ສໍຄິລີ ໄຊຍະລາດ ເລຂາພັກບ້ານ ນາຍບ້ານທ່ານາ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ການປົກຄອງຂອງບ້ານ ໃນໄລຍະຜ່ານມາ ວ່າ: ບ້ານທ່ານາ ຕັ້ງຢູ່ໃຈກາງເທດສະບານເມືອງໄຊຍະບູລີ, ມີເນື້ອທີ່ທັງໝົດ 17.797,5 ແຮັກຕາ, ປະກອບມີ 675 ຄອບຄົວ, ມີພົນລະເມືອງທັງໝົດ 3.119 ຄົນ (ຍິງ 1.537 ຄົນ) ຈາກ 7 ເຜົ່າທີ່ອາໄສຢູ່ຮ່ວມກັນ, ອາຊີບຕົ້ນຕໍພາຍໃນບ້ານແມ່ນເປັນພະນັກງານ (273 ຄອບຄົວ), ເຮັດວຽກກະສິກຳ (148 ຄອບຄົວ), ການຄ້າ-ບໍລິການ (145 ຄອບຄົວ) ແລະ ອື່ນໆ (109 ຄອບຄົວ). ຜ່ານການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ສາມາດຍາດໄດ້ຜົນງານພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ສາມາດຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານໄດ້ໂດຍພື້ນຖານ; ດ້ານເສດຖະກິດ-ການເງິນ ບ້ານມີຄັງເງິນລວມທັງ ໝົດ 18.332.000 ກີບ ແລະ ມີກອງທຶນພັດທະນາບ້ານທີ່ມີເງິນຝາກເຖິງ 256.426.000 ກີບ; ດ້ານພື້ນຖານໂຄງລ່າງ ປະ ຊາຊົນມີໄຟຟ້າຊົມໃຊ້, ນໍ້າປະປາ ແລະ ສັນຍານໂທລະສັບເຂົ້າເຖິງທົ່ວເຖິງ 100%; ດ້ານວັດທະນະທຳ-ສັງຄົມ ສາມາດສ້າງພຣະທາດໄຊໂຍ (ພຣະທາດເຈດີ) ສຳເລັດແລ້ວ 95% ແລະ ປະກາດເປັນບ້ານສາທາລະນະສຸກແບບຢ່າງໄດ້ 100%.
ໂອກາດດັ່ງກ່າວ, ທ່ານ ນາງ ວັນນາ ພົມວິສອນ ໄດ້ໃຫ້ກຽດໂອ້ລົມ ແລະ ເຜີຍແຜ່ເນື້ອໃນ ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ພ້ອມທັງເນັ້ນໜັກໃຫ້ອົງການປົກ ຄອງບ້ານ ແລະ ປະຊາຊົນ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເອົາໃຈໃສ່ພັດທະນາເສດຖະກິດຄອບຄົວ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ຕັ້ງໜ້າເຂົ້າຮ່ວມຂະບວນການຕ່າງໆ ເພື່ອສ້າງສາພັດທະນາບ້ານທ່ານາ ໃຫ້ມີຄວາມສິວິໄລ ແລະ ວັດທະນະຖາວອນຍິ່ງໆຂຶ້ນ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.