ພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ..................................
02/07/2026
ໃນຕອນບ່າຍຂອງວັນທີ 25 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນເມືອງໄຊຍະບູລີ ໄດ້ມີພິທີປະກາດການຈັດຕັ້ງ ແລະ ບຸກຄະລາກອນຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ເພັງນິລັນ ຄຳພັນເພັງ ກໍາມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີຄະນະປະຈຳສະພາປະຊາຊົນແຂວງ, ຄະນະນຳຂອງເມືອງ, ພ້ອມດ້ວຍພະນັກງານ, ທະຫານ-ຕໍາຫຼວດ, ນັກທຸລະກິດ-ຜູ້ປະກອບການ, ຄະນະຕາແສງ ແລະ ນາຍບ້ານເທດສະບານເມືອງໄຊຍະບູລີ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ເສັງວິໄລ ສົງ ຄະນະປະຈໍາສະພາປະຊາ ຊົນແຂວງ, ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ໄດ້ຜ່ານມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ຄື: ມະຕິ ສະບັບເລກທີ 41/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ວ່າດ້ວຍການສ້າງຕັ້ງກົງຈັກ ຂອງຄະນະປະຈໍາສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ເຊິ່ງປະກອບມີ 2 ກົງຈັກ (ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ແລະ ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ); ມະຕິ ສະບັບເລກທີ 42/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ວ່າດ້ວຍການແຕ່ງຕັ້ງບຸກຄະລາກອນ ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ຄຳຫຼ້າ ຜິວວັນນາ ກໍາມະການປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເປັນຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ, ມະຕິ ສະບັບເລກທີ 53/ຄປຈ.ຊຍ, ລົງວັນທີ 30 ເມສາ 2026 ວ່າດ້ວຍການແຕ່ງຕັ້ງບຸກຄະລາກອນ ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ລິຄິດ ແຊ່ເຕີນ ກໍາມະການພັກເມືອງ, ເປັນຮອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງໄຊຍະບູລີ; ມະຕິ ສະບັບເລກທີ 80/ຄປຈ.ຊຍ, ລົງວັນທີ 3 ມິຖຸນາ 2026 ວ່າດ້ວຍການແຕ່ງຕັ້ງບຸກຄະລາກອນ ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ລິຄິດ ແຊ່ເຕີນ ກໍາມະການພັກເມືອງ ຮອງຫົວໜ້າຄະນະສະມາ ຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເປັນ ຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງ ເມືອງໄຊຍະບູລີ ແລະ ໄດ້ມອບເງິນ ຈໍານວນ 30,000,000 ກີບ (ສາມສີບລ້ານກີບ) ໃຫ້ແກ່ຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເຂົ້າໃນການເຄື່ອນໄຫວວຽກງານ ອີກດ້ວຍ.

ໂອກາດດັ່ງກ່າວ, ທ່ານ ເພັງນິລັນ ຄຳພັນເພັງ ກໍໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ເອົາໃຈ ໃສ່ຍົກສູງຄວາມຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີພາຍ ໃນໃຫ້ເປັນປຶກແຜ່ນ ແລະ ຕັ້ງໜ້າປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນ ຕ້ອງລົງພື້ນຖານຢ່າງເປັນລະບົບ ເພື່ອຮັບຟັງຄຳຄິດຄຳເຫັນ, ຄຳສະເໜີ ຂອງປະຊາຊົນ ເພື່ອນຳສະເໜີຕໍ່ພາກສ່ວນກ່ຽວຂ້ອງແກ້ໄຂຢ່າງທັນການ, ເພີ່ມທະວີການປະສານສົມທົບກັບສະພາປະຊາຊົນແຂວງ, ອົງການປົກຄອງແຂວງ ແລະ ພາກສ່ວນອື່ນ ໃຫ້ມີຄວາມກົມກຽວ, ວ່ອງໄວ ແລະ ຖືກຕ້ອງຕາມກົດໝາຍ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບຜົນສໍາເລັດທີ່ວາງໄວ້.
ໃນຕອນທ້າຍ, ຫົວໜ້າຄະນະສະມາຊິກສະພາປະຊາ ຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ກໍໄດ້ຂຶ້ນກ່າວຮັບຄຳໂອ້ ລົມ ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດໃຈ, ເສຍສະຫຼະ ແລະ ຈະສຸມທຸກສະຕິປັນຍາເຂົ້າໃນການພັດທະນາ ວຽກງານຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ໃຫ້ມີຄວາມກ້າວໜ້າ ແລະ ບັນລຸຄາດໝາຍທີ່ວາງໄວ້ຢ່າງມີປະສິດທິຜົນ.

