ຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທໍາ ຈັດກອງປະຊຸມຕິດຕາມ, ຊຸກຍູ້ການສ້າງ ແລະ ປັບປຸງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ .............................

02/07/2026

ຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທໍາ ຈັດກອງປະຊຸມຕິດຕາມ, ຊຸກຍູ້ການສ້າງ ແລະ ປັບປຸງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ                       .............................

(ສພຂ) - ກອງປະຊຸມຕິດຕາມ, ຊຸກຍູ້ກ່ຽວກັບການສ້າງ ແລະ ປັບປຸງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ກາວີ ເກດດົມລິ ກຳມະການພັກແຂວງ, ຮອງປະທານສະ ພາປະຊາຊົນແຂວງ, ປະທານຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທຳ ສະພາປະຊາຊົນແຂວງ, ມີຄະນະປະຈຳສະພາປະຊາຊົນແຂວງ, ປະທານ - ຮອງປະທານຄະນະກໍາມະການ, ຫົວໜ້າ-ຮອງຫົວ ໜ້າພະແນກການ, ອົງການ, ກົມກອງ ຕະຫຼອດຮອດວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ຮ່ວມກັນຄົ້ນຄວ້າ ແລະ ພິຈາລະນາແຜນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຂອງຄະນະກຳມະການປົກຄອງແຂວງໄຊຍະບູລີ ໃນໄລຍະ 5 ປີ (2026-2030) ທີ່ຈະຕ້ອງໄດ້ສະເໜີຕໍ່ສະພາປະຊາຊົນແຂວງ ຊຸດທີ V ເຊິ່ງໃນແຜນການໄລຍະ 5 ປີນີ້ ມີນິຕິກຳທັງໝົດ ຈຳນວນ 21 ສະບັບ, ໃນນີ້ມີແຜນການສ້າງນິຕິກຳໃໝ່ ຈຳນວນ 8 ສະບັບ ແລະ ແຜນການປັບປຸງນິຕິກຳ ທີ່ໄດ້ປະກາດໃຊ້ແລ້ວ ຈຳນວນ 13 ສະບັບ ເຊິ່ງມີລາຍລະອຽດດັ່ງນີ້: #ນິຕິກຳທີ່ຈະສ້າງໃໝ່ ມີ 8 ສະບັບ ປະກອບມີ: #ຂົງເຂດວັດທະນະທຳ ແລະ ສັງຄົມ: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເຂດປອດຄວັນຢາສູບ (ພະແນກສາທາລະນະສຸກແຂວງ); ຂໍ້ຕົກລົງວ່າດ້ວຍການປ້ອງ ກັນແນວຄິດ, ການສະກັດກັ້ນ ແລະ ຕ້ານຢາເສບຕິດໃນຂົງເຂດການສຶກສາ (ພະແນກສຶກສາທິການ ແລະ ກິລາແຂວງ); #ຂົງເຂດເສດຖະກິດ: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ, ຂໍ້ຕົກລົງວ່າດ້ວຍການຄຸ້ມ ຄອງຜັງເມືອງ ແລະ ສິ່ງປຸກສ້າງ (ພະແນກໂຍທາທິການ ແລະ ຂົນສົ່ງແຂວງ); ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງຊ້າງປ່າ, ຂໍ້ຕົກລົງວ່າດ້ວຍການຄຸ້ມທີ່ດິນປ່າໄມ້ (ພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງ); ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ, ຂໍ້ຕົກລົງວ່າດ້ວຍການຫັນເປັນລັດບໍລິຫານດີຈິຕອນ (ພະແນກເຕັກໂນໂລຢີ ແລະ ການສື່ສານແຂວງ); #ນິຕິກຳທີ່ຈະປັບປຸງ ມີ 13 ສະບັບ ປະ ກອບມີ: #ຂົງເຂດວັດທະນະທຳ ແລະ ສັງຄົມ: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງວຽກງານວັດທະນະທຳ ແລະ ທຸລະກິດການທ່ອງທ່ຽວ (ພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງ); ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ, ນຳໃຊ້ ແລະ ການອານຸລັກຊັບພະຍາກອນທຳມະຊາດທີ່ເປັນຢາ, ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງນ້ຳລິນ (ພະແນກສາທາລະນະສຸກແຂວງ); ຂໍ້ຕົກລົງວ່າດ້ວຍກອງທຶນຄຸ້ມຄອງໄພພິບັດ (ພະແນກແຮງງານ ແລະ ສະ ຫວັດດີການສັງຄົມແຂວງ); ຂໍ້ຕົກລົງວ່າດ້ວຍກອງທຶນພັດທະ ນາກິລາ-ກາຍຍະກຳ (ພະແນກສຶກສາທິການ ແລະ ກິລາແຂວງ); ຂໍ້ຕົກລົງວ່າດ້ວຍກອງທຶນເລືອດ (ອົງການກາແດງແຂວງ); #ຂົງເຂດເສດຖະກິດ: ຂໍ້ຕົກລົງວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ (ພະແນກການເງິນແຂວງ); ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ, ນຳໃຊ້ ແລະ ການອານຸລັກຊ້າງບ້ານ (ເຊິ່ງປັດຈຸບັນໄດ້ມີໜັງສືສະເໜີມາຍັງຄະນະປະຈຳສະພາປະຊາຊົນແຂວງແລ້ວ), ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງກອງທຶນພັດທະນາຂັ້ນບ້ານ, ຂໍ້ຕົກລົງວ່າດ້ວຍກອງທຶນພັດທະນາກະສິກຳຍືນຍົງ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ພັດທະ ນາຊົນລະປະທານ, ຂໍ້ຕົກລົງວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ ແຂວງໄຊຍະບູລີ (ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ); #ຂົງເຂດປ້ອງກັນຄວາມສະຫງົບ: ຂໍ້ຕົກລົງວ່າດ້ວຍການສ້າງຕັ້ງກອງ ທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ກາວິ ເກດດົມລິ ໄດ້ຮຽກຮ້ອງ ແລະ ເນັ້ນໜັກໃຫ້ບັນດາພະແນກການ, ຂະແໜງ ການທີ່ກ່ຽວຂ້ອງ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ເອົາໃຈໃສ່ຄົ້ນຄວ້າ, ປະກອບຄຳເຫັນ ແລະ ຮີບຮ້ອນປັບປຸງ ພ້ອມທັງສ້າງບັນດານິຕິກຳເຫຼົ່ານີ້ໃຫ້ສຳເລັດຕາມກຳນົດເວລາ ແລະ ມີຄຸນນະ ພາບສູງ ເພື່ອເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ການຄຸ້ມ ຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ພາຍໃນແຂວງໄຊຍະບູລີ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.
#ພາບ-ຂ່າວ: ສພຂ ໄຊຍະບູລີ.