ຫ້ອງວ່າການ ສະພາປະຊາຊົນແຂວງ (ສພຂ) ຈັດກອງປະຊຸມປະຈຳເດືອນ ມິຖຸນາ ແລະ ວາງທິດທາງແຜນການ ປະຈໍາເດືອນ ກໍລະກົດ 2026...................... ...............****........................................

08/07/2026

                ຫ້ອງວ່າການ ສະພາປະຊາຊົນແຂວງ (ສພຂ) ຈັດກອງປະຊຸມປະຈຳເດືອນ ມິຖຸນາ ແລະ ວາງທິດທາງແຜນການ ປະຈໍາເດືອນ ກໍລະກົດ 2026...................... ...............****........................................

ໃນຕອນເຊົ້າຂອງວັນທີ 8 ກໍລະກົດ 2026 ນີ້ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ຫ້ອງວ່າການ ສະພາປະຊາຊົນແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳເດືອນ ມິຖຸນາ ແລະ ວາງທິດທາງແຜນການ ປະຈຳເດືອນ ກໍລະກົດ 2026 ຂຶ້ນໂດຍການເປັນປະທານຂອງ ທ່ານ ເສັງວິໄລ ສົງ ກໍາມະການຄະນະປະຈຳ ສພຂ, ຫົວໜ້າຫ້ອງວ່າການ ສພຂ ມີບັນດາທ່ານ ຄະນະຫ້ອງວ່າການ ສພຂ, ຫົວໜ້າ - ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມທັງໝົດ 28 ທ່ານ, ຍິງ 10 ທ່ານ.
ທ່ານ ຄອນປະສິດ ສຸນາເຄນ ຮອງຫົວໜ້າຫ້ອງວ່າການ ສພຂ ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານ ປະຈຳເດືອນ ມິຖຸນາ ເພື່ອຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ຮັບການປັບປຸງແກ້ໄຂ ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮ່ວມກັນປຶກສາຫາລື, ປະກອບຄຳຄິດ - ຄຳເຫັນຢ່າງກົງໄປກົງມາ ໃສ່ຮ່າງທິດທາງແຜນການເຄື່ອນໄຫວວຽກງານ ປະຈຳເດືອນ ກໍລະກົດ 2026 ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ພາຍໃນຫ້ອງວ່າການ ສພຂ ມີຄວາມລະອຽດ, ຊັດເຈນ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.
ຈາກນັ້ນ, ທ່ານ ນາງ ສູນທະລາ ແສນຄໍາ ຫົວໜ້າຂະແໜງຈັດຕັ້ງ - ກວດກາ ໄດ້ຜ່ານ: 1. ຂໍໍ້ຕົກລົງ ຂອງປະທານສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການກວດກາ ແລະ ຄຸ້ມຄອງຊັບສິນຂອງລັດ ສະພາປະຊາຊົນແຂວງ; 2. ຂໍ້ຕົກລົງ ຂອງຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະຫ້ອງວ່າການສະພາປະຊາຊົນແຂວງ ຮັບສອງແສງລາຍງານ ວຽກງານປະຈໍາອາທິດຂອງຂະແໜງການ ພາຍໃນສະພາປະຊາຊົນແຂວງ; 3. ຂໍ້ຕົກລົງ ຂອງຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງພະນັກງານ ຊ່ວຍວຽກສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ່ສັງກັດບັນດາກໍາມາທິ ການຂອງສະພາແຫ່ງຊາດ.
ໂອກາດນີ້, ທ່ານ ເສັງວິໄລ ສົງ ໄດ້ໃຫ້ກຽດມີຄຳເຫັນຊີ້ນຳ ແລະ ຮຽກຮ້ອງໃຫ້ພະນັກງານ - ລັດຖະກອນພາຍໃນສະພາປະຊາ ຊົນແຂວງ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຍົກສູງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ຜັນຂະຫຍາຍແຜນການທີ່ວາງໄວ້ ໃຫ້ປາກົດຜົນເປັນຈິງ ເພື່ອຊຸກຍູ້ໃຫ້ວຽກງານຂອງຫ້ອງວ່າການ ສພຂ ໄດ້ຮັບການພັດທະນາ ແລະ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
#ພາບ-ຂ່າວ: ສພຂ.ຊຍ.