16/07/2026
ໃນຕອນແລງຂອງວັນທີ 14 ກໍລະກົດ 2026 ນີ້, ໜ່ວຍຮາກຖານຊາວໜຸ່ມ ສະພາປະຊາຊົນແຂວງ (ສພຂ) ຮ່ວມກັບ ບໍລິສັດ ເບຍລາວ ຈຳກັດ ສາຂາແຂວງໄຊຍະບູລີ ໄດ້ຈັດກິດຈະກຳສ້າງຂະບວນການແຂ່ງຂັນເຕະບານມິດຕະພາບຂຶ້ນ ທີ່ເດີນເຕະບານດ້ວງເງິນ. ການສ້າງຂະບວນການໃນຄັ້ງນີ້ ແມ່ນຈັດຂຶ້ນເພື່ອເປັນການຂຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ ຂອງຊາດ ທີ່ຈະມາເຖິງ, ທັງເປັນການຊຸກຍູ້ສົ່ງເສີມ ແລະ ພົບປະແລກ ປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ພ້ອມທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ. ນອກຈາກນີ້, ຍັງເປັນການສົ່ງເສີມການອອກກຳລັງກາຍ ເພື່ອສ້າງສຸຂະພາບພະລານາໄມທີ່ແຂງແຮງ, ສ້າງບັນຍາກາດຟົດຟື້ນ ແລະ ຜ່ອນຄາຍຄວາມອິດເມື່ອຍຈາກການປະຕິບັດໜ້າທີ່ວຽກງານວິຊາສະເພາະ. ໂດຍບັນຍາກາດໃນການແຂ່ງຂັນເຕະບານມິດຕະພາບຄັ້ງນີ້ ແມ່ນເຕັມໄປດ້ວຍຄວາມມ່ວນຊື່ນ, ສ້າງສັນ ແລະ ມີໄມຕີຈິດມິດຕະພາບອັນດີງາມລະຫວ່າງນັກກິລາທັງສອງຝ່າຍ ແລະ ເປັນຝ່າຍທີມສະພາປະຊາຊົນແຂວງ ຊະນະ ທີມບໍລິສັດເບຍລາວໄປດ້ວຍສະກໍ 7 - 4 ປະຕູ.

