ຮອງປະທານສະພາປະຊາຊົນແຂວງ (ສພຂ) ລົງຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິກອງປະຊຸມ ສພຂ ຢູ່ 5 ເມືອງ. .......................***** .......................

26/08/2026

ຮອງປະທານສະພາປະຊາຊົນແຂວງ (ສພຂ) ລົງຕິດຕາມກວດກາ ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິກອງປະຊຸມ ສພຂ ຢູ່ 5 ເມືອງ. .......................***** .......................

ໃນລະຫວ່າງວັນທີ 3-7 ສິງຫາ 2026 ນີ້, ທ່ານ ດຣ. ນາງ ໄກຍະສອນ ສີດາ, ກຳມະການຄະນະປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ (ສພຂ) ທັງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມດ້ວຍຄະນສະມາຊິກສະພາແຫ່ງຊາດ (ສພຊ), ຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ແລະ ທີມງານວິຊາການ ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ຢູ່ 5 ເມືອງ (4 ເມືອງໃຕ້ ແລະ 1 ເມືອງກາງ) ເຊິ່ງປະກອບມີ: ເມືອງບໍ່ແຕນ, ເມືອງແກ່ນທ້າວ, ເມືອງປາກລາຍ, ເມືອງທົ່ງມີໄຊ ແລະ ເມືອງພຽງ ການລົງເຮັດວຽກໃນຄັ້ງນີ້, ທ່ານ ຮອງປະທານ ສພຂ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງບັນດາເມືອງ ໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2026 ຕາມມະຕິຂອງສະພາປະຊາຊົນແຂວງ ພ້ອມກັນນັ້ນ, ໃນບາງເມືອງ ກໍໄດ້ມີການລາຍງານຕື່ມກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ, ວຽກງານສົ່ງເສີມການປູກ, ການຄຸ້ມຄອງການເກັບຊື້-ຂາຍ ນອກຈາກການເຄື່ອນໄຫວຢູ່ຂັ້ນເມືອງແລ້ວ ຄະນະຍັງໄດ້ລົງຕິດຕາມກວດກາຕົວຈິງຢູ່ບັນດາດ່ານສາກົນ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງບໍລິຫານດ່ານ ແລະ ວຽກງານຂອງບັນດາຂະແໜງການ (ພາສີ, ຕມ ແລະ ອື່ນໆ).
ໃນແຕ່ລະຈຸດ, ທ່ານ ດຣ. ນາງ ໄກຍະສອນ ສີດາ ໄດ້ມີຄຳເຫັນເຈາະຈີ້ມ, ໃຫ້ທິດຊີ້ນຳ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປ-ກົງມາ ຮ່ວມກັບຄະນະກຳມະການປົກຄອງເມືອງ, ຄະນະຄຸ້ມຄອງດ່ານ ແລະ ຂະແໜງການທີ່ກ່ຽວຂ້ອງ. ທັງນີ້, ກໍເພື່ອຮັບປະກັນໃຫ້ການປະຕິບັດລັດຖະທຳມະນູນ, ກົດໝາຍ ເເກ້ໄຂບັນຫາທີ່ຄົ່ງຄ້າງ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາປະຊາຊົນແຂວງ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.