ຄະນະສະມາຊິກສະພາປະຊາຊົນແຂວງ ລົງຕິດຕາມກວດກາການປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິກອງປະຊຸມ ສພຂ ຢູ່ 5 ເມືອງ. .......................***** .......................
26/08/2026
ໃນລະຫວ່າງວັນທີ 3-7 ສິງຫາ 2026 ນີ້, ທ່ານ ກາວີ ເກດດົມລິ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ (ສພຂ) ພ້ອມດ້ວຍບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ (ສສຊ), ສະມາຊິກສະພາປະຊາຊົນແຂວງ (ສສຂ) ແລະ ຄະນະທິມງານ ໄດ້ລົງຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາປະຊາຊົນແຂວງ ຢູ່ 5 ເມືອງ (4 ເມືອງເໜືອ ແລະ 1 ເມືອງກາງ) ຂອງແຂວງໄຊຍະບູລີ ຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ ແລະ ເມືອງໄຊສະຖານ.
ໃນແຕ່ລະເມືອງ, ປະທານຄະນະກຳມະການປົກຄອງເມືອງ ໄດ້ຜ່ານບົດລາຍງານວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ແຜນ 6 ເດືອນທ້າຍປີ 2026 ຕາມມະຕິຂອງສະພາປະຊາຊົນແຂວງຈາກນັ້ນ, ທ່ານ ກາວີ ເກດດົມລິ ປະທານກອງປະຊຸມ ໄດ້ມີຄຳເຫັນເຈາະຈີ້ມ ແລະ ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ (ສສຊ), ສະມາຊິກສະພາປະຊາຊົນແຂວງ (ສສຂ) ພ້ອມດ້ວຍຄະນະທິມງານ ໄດ້ປະກອບຄຳເຫັນແລກປ່ຽນຢ່າງກົງໄປ-ກົງມາຈາກນັ້ນ, ຄະນະກຳມະການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ຊີ້ແຈງຕໍ່ຂໍ້ຂ້ອງໃຈຕ່າງໆ.

ໃນຕອນທ້າຍຂອງແຕ່ລະກອງປະຊຸມ ທ່ານ ກາວີ ເກດດົມລິ ໄດ້ມີຄຳເຫັນສັງລວມ ແລະ ໃຫ້ທິດຊີ້ນຳ ໂດຍໄດ້ເນັ້ນໃຫ້ຄະນະກຳມະການປົກຄອງເມືອງ ເອົາໃຈໃສ່ຕື່ມໃນການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມ ສພຂ ໃຫ້ມີປະສິດທິພາບ, ສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງ, ຄຸ້ມຄອງວຽກງານເສດຖະກິດ-ສັງຄົມ, ວຽກງານດ່ານ, ແລະ ການຄຸ້ມຄອງຜົນຜະລິດກະສິກຳ ໃຫ້ສອດຄ່ອງຕາມລະບຽບກົດໝາຍ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງເມືອງ ແລະ ແຂວງໃຫ້ມີຄວາມເຂັ້ມແຂງ.

