ຫ້ອງວ່າການສະພາປະຊາຊົນແຂວງ ແລະ ຫ້ອງວ່າການແຂວງໄຊຍະບູລີ ເຊັນບົດບັນທຶກການພົວພັນປະສານງານຮ່ວມກັນ ໄລຍະ 5 ປີ (2026-2030).
09/11/2026
ໃນວັນທີ 5 ພະຈິກ 2026 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ (ຫຼັງຕໍ່າ) ໄດ້ເປີດກອງປະຊຸມຮ່ວມ ລະຫວ່າງ ຫ້ອງວ່າ ການສະພາປະຊາຊົນແຂວງ ແລະ ຫ້ອງວ່າການແຂວງໄຊຍະບູ ລີ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດຣ. ນ. ໄກຍະສອນ ສີດາ ກຳມະການປະຈຳພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ອາເມ ຊົງເຍ້ຽເລັ່ງ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ມີບັນດາທ່ານ ຄະນະຫ້ອງວ່າການ ສພຂ, ຄະນະຫ້ອງວ່າການແຂວງ, ຮອງຫົວໜ້າພະແນກການ, ອົງການ, ກົມກອງ ແລະ ຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຜ່ານບົດລາຍງານການປະສານງານໃນໄລຍະ 5 ປີ (2021-2025) ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານການເປັນເສນາທິການ, ການກະກຽມເນື້ອໃນກອງປະ ຊຸມສະພາປະຊາຊົນແຂວງ, ການພົວພັນປະສານງານວຽກງານຕ່າງໆ ພ້ອມທັງໄດ້ຮ່ວມກັນ ລົງນາມເຊັນບົດບັນທຶກການພົວພັນປະສານງານ ລະຫວ່າງ ຫ້ອງວ່າການສະພາປະຊາຊົນແຂວງ ແລະ ຫ້ອງວ່າການແຂວງ ໄລຍະ 5 ປີ (2026-2030) ຢ່າງເປັນທາງການ ລະຫວ່າງ ທ່ານ ເສັງວິໄລ ສົງ ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ແລະ ທ່ານ ພຸດທະຈອນ ປິ່ນທິບ ກໍາມະການພັກແຂວງ, ຫົວໜ້າຫ້ອງວ່າການແຂວງ, ການລົງນາມໃນບົດບັນທຶກຄັ້ງນີ້ ແມ່ນມີຈຸດປະສົງເພື່ອ ກຳນົດຫຼັກການ, ຂອບເຂດ, ວິທີການ ແລະ ກົນໄກການປະສານງານລະຫວ່າງສອງຫ້ອງວ່າການ ໃຫ້ມີຄວາມກົມກຽວ, ສະດວກ, ວ່ອງໄວ ແລະ ມີປະສິດທິພາບສູງ ຂຶ້ນ ໃນການສະໜອງຂໍ້ມູນຂ່າວສານ, ການກະກຽມເນື້ອໃນກອງປະຊຸມຕ່າງໆ, ການຕິດຕາມຊຸກຍູ້ການແກ້ໄຂຄໍາສະເໜີຂອງຜູ້ມີສິດເລືອກຕັ້ງ ຕະຫຼອດຈົນເຖິງການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຕາມກົດໝາຍກຳນົດໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.
ໃນຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງຄະນະປະທານ ເຊິ່ງໄດ້ຮຽກຮ້ອງໃຫ້ສອງພາກສ່ວນຈົ່ງເອົາໃຈໃສ່ຍົກສູງທາງດ້ານຫຼັກການ, ເນື້ອໃນ, ວິທີການປະ ສານງານ, ຄວາມຮັບຜິດຊອບ ແລະ ມາດຕະການຈັດຕັ້ງປະຕິບັດຮ່ວມກັນ ໃນຊຸມປີຕໍ່ໜ້າອີກດ້ວຍ.
#ພາບ - ຂ່າວ: ສພຂ ໄຊຍະບູລີ.

